ກອງປະຊຸມທາງອອນລາຍເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ອາຊຽນ ເປີດກ້ວາງ (ADSOM+)

(VOVWORLD) - ພາຍໃຕ້ການເປັນປະທານຂອງທ່ານພົນໂທ ຫງວຽນຈີວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຫົວໜ້າ ADSOM+ ຫວຽດນາມ, ບັນດາຜູ້ແທນໄດ້ແບ່ງປັນທັດສະນະກ່ຽວກັບສະພາບຄວາມໝັ້ນຄົງໂລກ ແລະ ພາກພື້ນ ໃນສະພາບການໂລກລະບາດໂຄວິດ-19 ແລະ ຫລັງໂຄວິດ-19
ກອງປະຊຸມທາງອອນລາຍເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ອາຊຽນ ເປີດກ້ວາງ (ADSOM+) - ảnh 1ກອງປະຊຸມທາງອອນລາຍເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ອາຊຽນ ເປີດກ້ວາງ (ພາບ: qdnd.vn) 

ຕອນເຊົ້າວັນທີ 07 ກໍລະກົດ, ໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ອາຊຽນ ເປີດກ້ວາງ (ADSOM+) ຕາມຮູບການອອນລາຍ ດ້ວຍການເຂົ້າຮ່ວມຂອງບັນດາຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ອາຊຽນ ຂອງບັນດາປະເທດ ອາຊຽນ ແລະ 8 ປະເທດອື່ນລວມມີ: ລັດເຊຍ, ຈີນ, ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ນິວຊີແລນ, ອິນເດຍ ພ້ອມກັບທ່ານຮອງເລຂາທິການໃຫຍ່ ອາຊຽນ ຮັບຜິດຊອບປະຊາຄົມການເມືອງ, ຄວາມໝັ້ນຄົງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເນັ້ນໜັກວ່າ:

        “ທີ່ກອງປະຊຸມໃນມື້ນີ້, ບັນດາຜູ້ແທນປຶກສາຫາລືກ່ຽວກັບສະພາບຄວາມໝັ້ນຄົງໃນໂລກ ແລະ ພາກພື້ນ ໃນສະພາບການໂລກລະບາດໂຄວິດ-19 ຈະຊ່ວຍໃຫ້ພວກເຮົາ ມີການຕີລາຄາຢ່າງຮອບດ້ານກ່ຽວກັບແງ່ມູມດ້ານປ້ອງກັນຊາດ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈ, ຊ່ວຍພວກເຮົາຫຍັບມໍ່ເຂົ້າກັນກ່ວາ, ຊຸກຍູ້ການຮ່ວມມືເພື່ອຮັບມືກັບບັນດາສິ່ງທ້າທາຍລວມ; ພ້ອມທັງປຶກສາຫາລືວຽກງານຕ່າງໆ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກ້ວາງ (ADMM+) ໃນເດືອນ ຕຸລາ ຈະມາເຖິງ.

        ທີ່ກອງປະຊຸມ, ພາຍໃຕ້ການເປັນປະທານຂອງທ່ານພົນໂທ ຫງວຽນຈີວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຫົວໜ້າ ADSOM+ ຫວຽດນາມ, ບັນດາຜູ້ແທນໄດ້ແບ່ງປັນທັດສະນະກ່ຽວກັບສະພາບຄວາມໝັ້ນຄົງໂລກ ແລະ ພາກພື້ນ ໃນສະພາບການໂລກລະບາດໂຄວິດ-19 ແລະ ຫລັງໂຄວິດ-19, ບົດຮຽນຂອງນາຍທະຫານໃນການຮັບມືກັບໂລກລະບາດ; ປຶກສາຫາລືວຽກງານຕ່າງໆຂອງ ADMM+ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ