ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສອາຊຽນ-ອິນເດຍຄັ້ງທີ 20

(VOVWORLD) -ຕອນເຊົ້າວັນທີ 06 ເມສາ, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສອາຊຽນ - ອິນເດຍ ຄັ້ງທີ 20.
ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສອາຊຽນ-ອິນເດຍຄັ້ງທີ 20 - ảnh 1(ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສອາຊຽນ-ອິນເດຍຄັ້ງທີ 20)

ກອງປະຊຸມໄດ້ສຸມໃສ່ເຂົ້າໃນການສຳຫຼວດກວດກາ ແລະ ກຳນົດທິດການພົວພັນລະຫວ່າງອາຊຽນ - ອິນເດຍ, ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຜັນຂະຫຍາຍໝາກຜົນກອງປະຊຸມຂັ້ນສູງອາຊຽນ - ອິນເດຍ ທີ່ຈັດຕັ້ງໃນເດືອນ ມັງກອນ 2018 ຢ່າງມີປະສິດທິຜົນ, ຊີ້ແຈ້ງບັນດາຂົງເຂດເຊິ່ງອາຊຽນ ແລະ ອິນເດຍ ບັນລຸໄດ້ໃນໄລຍະ 25 ປີເປັນຄູ່ເຈລະຈາ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໋ວກຢຸງ, ເນັ້ນໜັກວ່າ.

        “ກອງປະຊຸມຄັ້ງນີ້ສືບຕໍ່ກຳນົດທິດການພົວພັນໃນອະນາຄົດລະຫວ່າງອາຊຽນ - ອິນເດຍ ກໍ່ຄືບັນດາເນື້ອໃນຂອງກອງປະຊຸມສຸດຍອດ, ພິເສດແມ່ນໃນບັນດາບັນຫາເຊື່ອມຕໍ່, ການຄ້າ, ເພີ່ມທະວີການລົງທຶນ, ພົບປະແລກປ່ຽນປະຊາຊົນ… ພວກຂ້າພະເຈົ້າປາດຖະໜາຢາກຊອກຫາບັນດາມາດຕະການລະອຽດ ເພື່ອໃຫ້ບັນດາຝ່າຍສາມາດເພີ່ມທະວີການຮ່ວມມືໃນຂົງເຂດດັ່ງກ່າວ. ພວກຂ້າພະເຈົ້າກໍ່ປາດຖະໜາຢາກຊອກຫາບັນດາຂົງເຂດຮ່ວມມືໃໝ່ ຊ່ວຍນຳມາເຊິ່ງຄວາມພັດທະນາວັດທະນາຖາວອນໃຫ້ປະຊາຊົນ 2 ຝ່າຍເວົ້າສະເພາະ ແລະ ພາກພື້ນເວົ້າລວມ”.

        ທ່ານນາງ Preeti Saran, ຫົວໜ້າ SOM ອາຊຽນ - ອິນເດຍ ຖືວ່າ, ກອງປະຊຸມຂັ້ນສູງອາຊຽນ - ອິນເດຍ ຜ່ານມາຈະແມ່ນກາລະໂອກາດທີ່ດີເພື່ອໃຫ້ອາຊຽນ ສາມາດເປີດກວ້າງ, ຊຸກຍູ້ການຮ່ວມມືກັບບັນດາຄູ່ເຈລະຈາກວ່າອີກ ແລະ ອິນເດຍ ຈະສືບຕໍ່ສະໜັບສະໜູນວິໄສທັດຂອງອາຊຽນ, ຫວັງວ່າ ອາຊຽນ ຈະບັນລຸໄດ້ບັນດາໝາກຜົນໃນການຄຸ້ມຄອງໃນການປະຕິບັດແຜນການທີ່ໄດ້ວາງອອກ ກໍຄືແກ້ໄຂບັນດາສິ່ງທ້າທາຍເຊິ່ງຝ່າຍຕ່າງໆຕ້ອງປະເຊີນໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ