ກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີເສດຖະກິດ ລະຫວ່າງອາຊຽນ ແລະ ບັນດາຄູ່ຮ່ວມມື

(VOVWORLD) -ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນຄັ້ງທີ 53, ວັນທີ 14 ກັນຍາ ໄດ້ດຳເນີນບັນດາກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີເສດຖະກິດ ລະຫວ່າງ ອາຊຽນແລະບັນດາປະເທດຄູ່ຮ່ວມມື: ອາເມລິກາ, ຮົ່ງກົງ (ຈີນ), ອິນເດຍ, ສະຫະພາບເອີລົບ ແລະ ລັດເຊຍ.

ກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີເສດຖະກິດ ລະຫວ່າງອາຊຽນ ແລະ ບັນດາຄູ່ຮ່ວມມື - ảnh 1ຄະນະຜູ້ແທນ ຫວຽດນາມເຂົ້າຮ່ວມກອງປະຊຸມທາງໄກ.(ພາບ:TTXVN)

ກ່ຽວກັບການຮ່ວມມືເສດຖະກິດ ອາຊຽນ-ອາເມລິກາ, ບັນດາລັດຖະມົນຕີ ໄດ້ຮັບຮູ້ຄວາມຄຶບຫນ້າສຳຄັນໃນວິວັດການຜັນຂະຫຍາຍຂໍ້ຕົກລົງແມ່ກ່ຽວກັບດ້ານການຄ້າ ແລະການລົງທຶນ ໄລຍະ 2019 – 2020 ລະຫວ່າງ ອາຊຽນ ແລະ ອາເມລິກາ (TIFA) ແລະແຜນການດຳເນີນງານປະຕິບັດ “ຂໍ້ລິເລີ່ມການຮ່ວມມືດ້ານການຄ້າເປີດກວ້າງ” (E3)  ໄລຍະ 2020- 2021 ພ້ອມທັງຮັບຮອງເອົາແຜນການຜັນຂະຫຍາຍຂໍ້ຕົກລົງ (TIFA) ແລະ ຂໍ້ລິເລີ່ມ(E3) ໃນໄລຍະ 2021- 2022, ສຸມໃສ່ເຂົ້າໃນບາງຂົງເຂດ.

ກ່ຽວກັບການຮ່ວມມືເສດຖະກິດ ອາຊຽນ -ອິນເດຍ, ບັນດາທ່ານລັດຖະມົນຕີ ຊົມເຊີຍເລື່ອງ ທຸກປະເທດໄດ້ສຳເລັດການໃຫ້ສັດຕະຍາບັນສັນຍາການລົງທຶນ ອາຊຽນ -ອິນເດຍ ແລະ ຮັບຮູ້ຄວາມຄຶບຫນ້າການປຶກສາຫາລືກ່ຽວກັບຂອບເຂດກວດກາຄືນເພື່ອແນໃສ່ຍົກລະດັບສັນຍາການຄ້າສິນຄ້າ ອາຊຽນ -ອິນເດຍ, ມຸ່ງໄປເຖິງເປົ້າໝາຍສ້າງຄວາມສະດວກດ້ານການຄ້າໃຫຍ່ກວ່າໃຫ້ແກ່ບັນດາວິສາຫະກິດ.

ກ່ຽວກັບການຮ່ວມມືດ້ານເສດຖະກິດ ອາຊຽນ - ສະຫະພາບເອີລົບ, ບັນດາທ່ານລັດຖະມົນຕີ ຢືນຢັນຄວາມສຳຄັນຂອງການເພີ່ມທະວີການຮ່ວມມືດ້ານການຄ້າ ແລະການລົງທຶນ ລະຫວ່າງສອງພາກພື້ນ, ແບ່ງປັນຜົນປະໂຫຍດ, ຄວາມສາມາດບົ່ມຊ້ອນ ແລະທ່າແຮງການຮ່ວມມື. ກອງປະຊຸມກໍ່ຮັບຮອງເອົາໂຄງການການລົງທຶນ ແລະການຄ້າ ອາຊຽນ -ອີຢູ ໄລຍະ 2020 – 2021 ແລະ ຮັບຮູ້ວິວັດການສ້າງຮ່າງສັນຍາແມ່ດ້ານການຄ້າ ແລະການລົງທຶນ ລະຫວ່າງ ອາຊຽນ ແລະອີຢູ.

ກ່ຽວກັບການຮ່ວມມືເສດຖະກິດ ລະຫວ່າງອາຊຽນ ແລະ ລັດເຊຍ, ສອງຝ່າຍເຫັນດີຮັບຮອງເອົາວິວັດການຮ່ວມມືດ້ານການຄ້າ ແລະການລົງທຶນ ອາຊຽນ - ລັດເຊຍ ສະບັບປັບປຸງ ແລະ ໂຄງການເຮັດວຽກການຮ່ວມມືດ້ານການຄ້າ ການລົງທຶນ ລະຫວ່າງອາຊຽນແລະລັດເຊຍໄລຍະ2021- 2025.

ຕອບກັບ

ຂ່າວ/ບົດ​ອື່ນ