ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ຮ່ວມ ອາ​ຊຽນ

(VOVWORLD) -ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ ກໍ່ໄດ້ຍົກອອກບັນດາຜົນກະທົບຂອງ ໂລກລະບາດໂຄວິດ - 19 ຕໍ່ພາກພື້ນ, ໃນນັ້ນມີການເພີ່ມທະວີຊ່ອງວ່າງພັດທະນາ ລະຫວ່າງ ບັນດາພາກພື້ນໃນ ອາຊຽນ. 
ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ຮ່ວມ ອາ​ຊຽນ - ảnh 1ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ (ພາບ: baoquocte.com)

ວັນທີ 17 ມິຖຸນາ 2021, ອາຊຽນ ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມ ອາຊຽນ (JCM) ພາຍໃຕ້ການເປັນປະທານຂອງປະເທດ ບຣູໄນ ປະທານ ອາຊຽນ 2021. ເຂົ້າຮ່ວມກອງປະຊຸມ ມີບັນດາເຈົ້າໜ້າທີ່ອາວຸໂສ (SOM) ຂຶ້ນກັບ 3 ເສົາຄ້ຳຂອງປະຊາຄົມອາຊຽນ, ຫົວໜ້າຄະນະຜູ້ຕາງໜ້າປະຈຳຂອງບັນດາປະເທດສະມາຊິກ ອາຊຽນ ແລະ ຄະນະເລຂາອາຊຽນ. ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມພ້ອມກັບຜູ້ຕາງໜ້າກະຊວງອຸດສາຫະກຳການຄ້າ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ ຖືວ່າ ໃນສະພາບການຄືປັດຈຸບັນ, ອາຊຽນ ຕ້ອງບຸລິມະສິດໃຫ້ແກ່ການຟື້ນຟູ, ຊຸກຍູ້ການເຊື່ອມຕໍ່, ລະອຽດແມ່ນຜັນຂະຫຍາຍກອບຟື້ນຟູສັງລວມ ອາຊຽນ ຢ່າງມີປະສິດທິຜົນ ແລະ ປະຕິບັດສຳເລັດແລວເສັ້ນທາງການໄປມາຢູ່ ອາຊຽນ ໂດຍໄວ, ສ້າງເງື່ອນໄຂສະດວກໃຫ້ການເດີນທາງໄປມາໃນ ອາຊຽນ.

ທ່ານຮອງລັດຖະມົນຕີ ກໍ່ໄດ້ຍົກອອກບັນດາຜົນກະທົບຂອງ ໂລກລະບາດໂຄວິດ - 19 ຕໍ່ພາກພື້ນ, ໃນນັ້ນມີການເພີ່ມທະວີຊ່ອງວ່າງພັດທະນາ ລະຫວ່າງ ບັນດາພາກພື້ນໃນ ອາຊຽນ. ທ່ານຮອງລັດຖະມົນຕີ ໄດ້ສະເໜີໃຫ້ ອາຊຽນ ຕ້ອງເອົາໃຈໃສ່, ໜູນຊ່ວຍບັນດາເຂດຫ່າງໄກສອກຫຼີກ, ໃນນັ້ນ ມີເຂດອະນຸພາກພື້ນແມ່ນ້ຳຂອງ, ຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19 ແລະ ໄປທັນກັບລະດັບພັດທະນາລວມໃນ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ