ກອງປະຊຸມຜັນຂະຫຍາຍວຽກງານຂະແໜງວິທະຍາສາດແລະເຕັກໂນໂລຊີປີ 2019

(VOVWORLD) -ວັນທີ 21 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ໄດ້ຈັດກອງປະຊຸມຜັນຂະຫຍາຍວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ປີ 2019, ເພື່ອແນໃສ່ສະຫຼຸບ, ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນປີ 2018, ວາງອອກບັນດາມາດຕະການແກ້ໄຂ ເພື່ອຜັນຂະຫຍາຍວຽກງານປີ 2019 ຢ່າງມີປະສິດທິຜົນ.

ກອງປະຊຸມຜັນຂະຫຍາຍວຽກງານຂະແໜງວິທະຍາສາດແລະເຕັກໂນໂລຊີປີ 2019 - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ

(ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ຕີລາຄາສູງບັນດາຜົນງານເຊິ່ງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ບັນລຸໄດ້ໃນປີຜ່ານມາ ແລະ ຢືນຢັນວ່າ, ເລື່ອງສົ່ງດາວທຽມ Micro Dragon ຂຶ້ນສູ່ວົງໂຄຈອນ ໄດ້ຊີ້ໃຫ້ເຫັນຜົນສຳເລັດຂອງຂະແໜງວິທະຍາສາດ ແລະ ເຕັກໂນໂລຊີຂອງຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີຖືວ່າ, ປະຈຸບັນມີຫຼາຍໂຄງການແຫ່ງຊາດຍັງບໍ່ທັນມີນະໂຍບາຍໜູນຊ່ວຍ ເພື່ອໃຫ້ບັນດາຜະລິດຕະພັນຂອງຫວຽດນາມ ທີ່ຜະລິດດ້ວຍເຕັກໂນໂລຊີສູງ ແຊກຊຶມເຂົ້າຕະຫຼາດພາຍໃນ ແລະ ຕ່າງປະເທດ, ສະນັ້ນ ຄວນມີກົນໄກເພື່ອໃຫ້ວິສາຫະກິດລົງທຶນເຂົ້າໃນວິທະຍາສາດ ແລະ ເຕັກໂນໂລຊີໂດຍສະໝັກໃຈ, ຕ້ອງມີການໜູນຊ່ວຍຈາກລັດ ຢ່າງແທ້ຈິງ. ສະນັ້ນ, ປີ 2019, ຄວນມີມູມມອງໃໝ່ ເພື່ອປ່ຽນແປງຈິນຕະນາການ ແລະ ວິທີປະຕິບັດສຳລັບໂຄງການຜະລິດຕະພັນແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ