ກອງປະຊຸມຜັນຂະຫຍາຍໜ້າທີ່ທະນາຄານປີ 2021

(VOVWORLD) -   ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ຂະແໜງທະນາຄານຄິດໄລ່ການເຕີບໂຕສິນເຊື່ອປີ 2021 ຍ້ອນວ່າ ສຳລັບຫວຽດນາມ ແລ້ວ, ສິນເຊື່ອ ຍັງແມ່ນບັນຫາສຳຄັນຕໍ່ການພັດທະນາ. 
ກອງປະຊຸມຜັນຂະຫຍາຍໜ້າທີ່ທະນາຄານປີ 2021 - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ທະນາຄານປີ 2021 (ພາບ: VGP)

  ກ່າວຄຳເຫັນທີ່ກອງປະຊຸມຜັນຂະຫຍາຍໜ້າທີ່ທະນາຄານປີ 2021 ໃນຕອນເຊົ້າວັນທີ 26 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຖືວ່າ: 5 ປີຜ່ານມາ, ຂະແໜງທະນາຄານ ມີບາດກ້າວພັດທະນາຢ່າງກະໂດດຂັ້ນ, ສຳເລັດບັນດາໜ້າທີ່ໄດ້ຮັບມອບໝາຍເປັນຢ່າງດີ. ປີ 2020, ເຖິງວ່າໄດ້ປະສົບກັບສິ່ງທ້າທາຍຫລາຍຢ່າງ, ພິເສດແມ່ນໂລກລະບາດໂຄວິດ-19 ກໍ່ຕາມ ແຕ່ຂະແໜງທະນາຄານ ດ້ວຍບົດບາດສຳຄັນຂອງພື້ນຖານເສດຖະກິດ ໄດ້ເຂົ້າຮ່ວມດ້ວຍຈິດໃຈ “ຕ້ານໂລກລະບາດຄືຕ້ານສັດຕູ”; ເປັນເຈົ້າການມີມາດຕະການຮັບມືກັບຜົນກະທົບຈາກໂລກລະບາດໂຄວິດ-19, ພະຍຸນ້ຳຖ້ວມ, ແກ້ໄຂຄວາມຫຍຸ້ງຍາກ ແລະ ໜູນຊ່ວຍພື້ນຖານເສດຖະກິດ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ຂະແໜງທະນາຄານຄິດໄລ່ການເຕີບໂຕສິນເຊື່ອປີ 2021 ຍ້ອນວ່າ ສຳລັບຫວຽດນາມ ແລ້ວ, ສິນເຊື່ອ ຍັງແມ່ນບັນຫາສຳຄັນຕໍ່ການພັດທະນາ. ພ້ອມກັນນັ້ນ ສືບຕໍ່ບໍລິຫານ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ມຸ່ງໄປເຖິງເປົ້າໝາຍມີທະນາຄານການຄ້າບາງແຫ່ງໄດ້ເຂົ້າຢູ່ໃນ top ບັນດາທະນາຄານໃຫຍ່ທີ່ສຸດ, ມີຄຸນນະພາບດີທີ່ສຸດ, ມີປະສິດທິຜົນທີ່ສຸດໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ