ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ແຮງ​ງານ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ ແລະ ສັງ​ຄົມ ປີ 2021

(VOVWORLD) - ຕອນເຊົ້າວັນທີ 11 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ຈັດກອງປະຊຸມຜັນຂະຫຍາຍໜ້າທີ່ແຮງງານ, ຜູ້ມີຄຸນງາມຄວາມດີ ແລະ ສັງຄົມປີ 2021.

ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ແຮງ​ງານ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ ແລະ ສັງ​ຄົມ ປີ 2021 - ảnh 1ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ

ປີ 2020, ຂະແໜງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ພ້ອມກັບທົ່ວປະເທດ ຜ່ານຜ່າປີ 2020 ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ, ປະກອບສ່ວນເຂົ້າການປະຕິບັດ “ເປົ້າໝາຍຄວບຄູ່” ທັງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ທັງເສດຖະກິດ ແລະ ພັດທະນາເສດຖະກິດ - ສັງຄົມໃຫ້ປະສົບຜົນສຳເລັດ. ບັນດາຜົນງານພົ້ນເດັ່ນທີ່ສຸດນັ້ນແມ່ນ ຍືນສະເໜີຕໍ່ສະພາແຫ່ງຊາດ ຮັບຮອງເອົາກົດໝາຍວ່າດ້ວຍແຮງງານສະບັບປັບປຸງ, ຫວຽດນາມແມ່ນ 1 ໃນ ຈຳນວນ 10 ປະເທດມີອັດຕາຜູ້ວ່າງງານຕ່ຳທີ່ສຸດໃນໂລກ…

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ເນັ້ນໜັກວ່າ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຄວນສົມທົບກັບບັນດາກະຊວງ, ຂະແໜງການ, ບັນດາອົງການຈັດຕັ້ງສັງຄົມ ຢ່າງແໜ້ນແຟ້ນກ່ວາອີກ ເພື່ອ ກາຍເປັນເຄືອຂ່າຍໜູນຊ່ວຍທີ່ດີໃຫ້ແກ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ