ກອງປະຊຸມພົບປະເຈລະຈາລັດຖະມົນຕີການຕ່າງປະເທດ ຫວຽດນາມ - ອາເມລິກາ

(VOVWORLD) - ກ່ຽວກັບບັນດາບັນຫາພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ສະເໜີໃຫ້ ອາເມລິກາ ສືບຕໍ່ສະໜັບສະໜູນບົດບາດເປັນໃຈກາງ ແລະ ສາມັກຄີຂອງ ອາຊຽນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອາເມລິກາ. 
ກອງປະຊຸມພົບປະເຈລະຈາລັດຖະມົນຕີການຕ່າງປະເທດ ຫວຽດນາມ - ອາເມລິກາ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ  ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo (ພາບ: VGP)

  ວັນທີ 30 ຕຸລາ, ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ທີ່ພວມຢ້ຽມຢາມ ຫວຽດນາມ ແຕ່ວັນທີ 29-30 ຕຸລາ ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາເມລິກາ.

          ທີ່ກອງປະຊຸມພົບປະເຈລະຈາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບ ອາເມລິກາ ແລະ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າ ແລະ ຮອບດ້ານຂອງການພົວພັນ 2 ຝ່າຍ ນັບແຕ່ດ້ານການເມືອງ - ການທູດ, ເສດຖະກິດ - ການຄ້າ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຈົນຮອດການພົວພັນແລກປ່ຽນປະຊາຊົນ.

          ສ່ວນທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ຕີລາຄາສູງຕໍ່ເລື່ອງ 2 ປະເທດໄດ້ເພີ່ມທະວີ ແລະ ເປີດກ້ວາງການພົວພັນຄູ່ຮ່ວມມືຮອບດ້ານບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງກັນ; ທ່ານ Mike Pompeo ຢັ້ງຢືນວ່າ ອາເມລິກາ ສະໜັບສະໜູນ ຫວຽດນາມ ທີ່ເຂັ້ມແຂງ, ເອກະລາດ, ວັດທະນາຖາວອນ, ສວມບົດບາດນັບມື້ນັບມີຄວາມສຳຄັນຢູ່ພາກພື້ນ, ພ້ອມທັງໃຫ້ຄຳໝັ້ນສັນຍາຮັກສາການພົວພັນເປັນປົກກະຕິ ແລະ ຈະສືບຕໍ່ຮ່ວມມືກັບ ຫວຽດນາມ ຊຸກຍູ້ການພົວພັນ 2 ປະເທດໃຫ້ມີຄວາມກ້າວໜ້າຢ່າງແທ້ຈິງ, ມີຄວາມໄວ້ເນື້ອເຊື່ອໃຈ, ມີປະສິດທິຜົນ, ໝັ້ນຄົງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ຄວາມໝັ້ນຄົງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ກອງປະຊຸມພົບປະເຈລະຈາລັດຖະມົນຕີການຕ່າງປະເທດ ຫວຽດນາມ - ອາເມລິກາ - ảnh 2 ກອງປະຊຸມພົບປະເຈລະຈາ (ພາບ: VGP)

          2 ຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ເຮັດໃຫ້ການພົວພັນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງເລິກເຊິ່ງກ່ວາອີກ. ກ່ຽວກັບບັນດາບັນຫາພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ສະເໜີໃຫ້ ອາເມລິກາ ສືບຕໍ່ສະໜັບສະໜູນບົດບາດເປັນໃຈກາງ ແລະ ສາມັກຄີຂອງ ອາຊຽນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອາເມລິກາ. ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ກໍ່ຕີລາຄາສູງຕໍ່ບົດບາດຂອງ ຫວຽດນາມ ໃນຖານະເປັນປະທານ ອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສະຫະປະຊາຊາດອາຍຸການ 2020 – 2021, ທ່ານ Mike Pompeo ປາດຖະໜາຢາກໃຫ້ 2 ຝ່າຍ ສືບຕໍ່ເພີ່ມທະວີການສົມທົບກັນໃນການແກ້ໄຂບັນດາສິ່ງທ້າທາຍລວມ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ