ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດທາງອອນລາຍຂອງ G20

(VOVWORLD) -  ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Faisal bin Farhan Al Saud ລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊະອຸດິ, ປະທານ G20 ປີ 2020, ຕອນຄ່ຳວັນທີ 03 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດທາງອອນລາຍຂອງ G20 ດ້ວຍຫົວຂໍ້ວ່າ “ເພີ່ມທະວີການຮ່ວມມືຜ່ານຊາຍແດນ”.
ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດທາງອອນລາຍຂອງ G20 - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ  (ພາບ: TTXVN)

        ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບີ່ງມິງ ໄດ້ຢືນຢັນວ່າ ຫວຽດນາມ ໃນຖານະເປັນປະທານ ອາຊຽນ 2020 ໄດ້ເສີມຂະຫຍາຍເນື້ອໃນຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ສົມທົບກັບບັນດາຄູ່ຮ່ວມມືຮັກສາບັນດາການເຄື່ອນໄຫວຮ່ວມມືຢ່າງແໜ້ນແຟ້ນ, ພ້ອມທັງສະເໜີບັນດາຂໍ້ລິເລີ່ມຊຸກຍູ້ການກະທຳລວມໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ໜູນຊ່ວຍປະຊາຊົນ, ຟື້ນຟູເສດຖະກິດ.

        ທີ່ກອງປະຊຸມ, ທ່ານ ຟ້າມບີ່ງມິງ ກໍ່ໄດ້ແບ່ງປັນບັນດາມາດຕະການຊຸກຍູ້ການຮ່ວມມືຄຸ້ມຄອງຊາຍແດນໃນການຮັບມືກັບໂລກລະບາດໂຄວິດ-19 ກໍ່ຄືເພີ່ມທະວີການຄຸ້ມຄອງຊາຍແດນດ້ວຍເນື້ອໃນຈິດໃຈປະຕິບັດ “ເປົ້າໝາຍຄວບຄູ່” ເພື່ອຮັບປະກັນການປ້ອງກັນ, ສະກັດກັ້ນໂລກລະບາດໄປຄຽງຄູ່ກັບການສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວແລກປ່ຽນ, ການໄປມາ, ການຄ້າ - ການລົງທຶນຜ່ານຊາຍແດນ; ທ່ານ ຟ້າມບີ່ງມິງ ປາດຖະໜາຢາກໃຫ້ G20 ສົມທົບກັບບັນດາອົງການຈັດຕັ້ງສາກົນ ແລະ ບັນດາປະເທດ ຊຸກຍູ້ການສ້າງກົດ/ຂັ້ນຕອນກ່ຽວກັບການຮ່ວມມືຄຸ້ມຄອງຊາຍແດນ ແລະ ສ້າງຄວາມສະດວກໃຫ້ແກ່ການໄປມາສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ