ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ແລະ ຈີນຮັບຮອງເອົາຮ່າງ COC

(VOVWORLD) -ລັດຖະມົນຕີການຕ່າງປະເທດບັນດາປະເທດໃນກຸ່ມອາຊຽນ ແລະ ຈີນຮັບຮອງເອົາຮ່າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ COC
ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ແລະ ຈີນຮັບຮອງເອົາຮ່າງ COC  - ảnh 1 (ພາບປະກອບ)

ວັນທີ 6 ສິງຫາ, ລັດຖະມົນຕີການຕ່າງປະເທດບັນດາປະເທດໃນກຸ່ມອາຊຽນ ແລະ ຈີນຮັບຮອງເອົາຮ່າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ COC ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ແລະ ຈີນ (ASEAN + 1) ໃນຂອບເຂດກອງປະຊຸມ ລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 50 ທີ່ຈັດຂຶ້ນຢູ່ນະຄອນຫຼວງມານີລາ ປະເທດຟີລິບປິນ. ພາຍຫຼັງໄດ້ຮັບການຮັບຮອງເອົາຈາກບັນດາລັດຖະມົນຕີການຕ່າງປະເທດອາຊຽນ ແລະ ຈີນ, ເອກະສານດັ່ງກ່າວຈະຖືກຍື່ນສະເໜີຕໍ່ບັນດາການນຳທີ່ກອງປະຊຸມສຸກຍອດເມື່ອເດືອນພະຈິກທີ່ຈະມາເຖິງ. ການຮັບຮອງເອົາຮ່າງ COC ຈະແມ່ນບາດກ້າວລິເລີ່ມໃຫ້ແກ່ວິວັດທະນາການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກທີ່ມີຜົນສັກສິດຢ່າງແທ້ຈິງ ແລະ ມີຄວາມຜູກມັດທາງດ້ານກົດໝາຍ, ປະກອບສ່ວນຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.

     ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ ໄດ້ສະເໜີ ອາຊຽນຈົ່ງຍູ້ແຮງການແລກປ່ຽນກັບຈີນເພື່ອ ດຳເນີນການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກທີ່ມີຜົນສັກສິດຢ່າງແທ້ຈິງ ແລະ ມີຄວາມຜູກມັດທາງດ້ານກົດໝາຍໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ