ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນໄດ້ປົກຄຸມບັນຫາທະເລຕາເວັນອອກ

(VOVWORLD) -ຕອນເຊົ້າວັນທີ 31 ກໍລະກົດ, ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 52 (AMM 52) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ໄຂຂຶ້ນຢ່າງເປັນທາງການ, ຢູ່ນະຄອນຫຼວງບາງກອກ, ປະເທດໄທ.
ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນໄດ້ປົກຄຸມບັນຫາທະເລຕາເວັນອອກ - ảnh 1 (ບັນດາຜູ້ແທນຂັ້ນສູງເຂົ້າຮ່ວມກອງປະຊຸມ)

ດ້ວຍກອງປະຊຸມ 20 ຄັ້ງເຊິ່ງດຳເນີນນັບແຕ່ນີ້ຮອດທ້າຍອາທິດ, ລັດຖະມົນຕີການຕ່າງປະເທດຂອງ 10 ປະເທດອາຊຽນ ແລະ ບັນດາຄູ່ຮ່ວມມື, ຄູ່ເຈລະຈາຈະແລກປ່ຽນຫຼາຍບັນຫາສຳຄັນຂອງອາຊຽນ ກໍຄືບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        ຕາມແຜນການ, ພາຍຫຼັງວາລະໄຂ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມວົງແຄບເພື່ອແລກປ່ຽນກ່ຽວກັບບັນດາບັນຫາທີ່ພົ້ນເດັ່ນຂຶ້ນໃນວິວັດການສ້າງປະຊາຄົມອາຊຽນ, ແຜນການຜັນຂະຫຍາຍເອກະສານທັດສະນະອາຊຽນ ກ່ຽວກັບມະຫາສະມຸດອິນເດຍ - ປາຊີຟິກ ແລະ ຖະແຫຼງການວິໄສທັດຂອງບັນດາການນຳອາຊຽນ ກ່ຽວກັບການພົວພັນຄູ່ຮ່ວມມື ເພື່ອຄວາມຍືນຍົງ ກໍຄືວິວັດທະນາການເຈລະຈາກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC)… ຕາມການຕີລາຄາຈາກບັນດານັກຊ່ຽວຊານແລ້ວ, 2 ບັນຫາທີ່ຈະປົກຄຸມຢູ່ໃນກອງປະຊຸມຄັ້ງນີ້ ແມ່ນທະເລຕາເວັນອອກ ແລະ ສົງຄາມການຄ້າອາເມລິກາ - ຈີນ. ທ່ານ James Gomes, ຫົວໜ້າສູນຄົ້ນຄວ້າອາຊີຖືວ່າ: ປະຈຸບັນຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ ໄດ້ກາຍເປັນບັນຫາຂອງທັງພາກພື້ນ ແລະ ສາກົນ. ສະນັ້ນ, ເມື່ອກອງປະຊຸມໃນຄັ້ງນີ້ມີການເຂົ້າຮ່ວມຂອງລັດເຊຍ, ອິນເດຍ, ຈີນ ແລະ ອາເມລິກາ ນັ້ນ, ເຖິງວ່າຈະເຂົ້າຮ່ວມໂດຍກົງ ຫຼື ຢູ່ນອກກອງປະຊຸມກໍ່ຕາມ ບັນຫາທະເລຕາເວັນອອກກໍ່ຈະໄດ້ນຳມາປຶກສາຫາລື.

ຕອບກັບ

ຂ່າວ/ບົດ​ອື່ນ