ກອງປະຊຸມລັດຖະມົນຕີເສດຖະກິດ CLMV ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ-19

(VOVWORLD) -ຫວຽດນາມ ຕີລາຄາສູງຄວາມມານະພະຍາຍາມ ແລະ ການຮັບມື, ຫັນປ່ຽນຢ່າງໄວຂອງບັນດາປະເທດ CLMV ໃນການປະຕິບັດບັນດາການເຄື່ອນໄຫວ, ໂຄງການ.
ກອງປະຊຸມລັດຖະມົນຕີເສດຖະກິດ CLMV ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ-19  - ảnh 1ກອງປະຊຸມລັດຖະມົນຕີເສດຖະກິດ CLMV EMM 13
(ພາບ: TTXVN)

ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 53 (AEM 53) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງເຊິ່ງດຳເນີນໃນລະຫວ່າງວັນທີ 06 - 15 ກັນຍາ ແບບທາງໄກ, ວັນທີ 10 ກັນຍາ, ໄດ້ດຳເນີນກອງປະຊຸມລັດຖະມົນຕີເສດຖະກິດບັນດາປະເທດ ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ ຄັ້ງທີ 13 (CLMV EMM 13) ໂດຍມຽນມາ ເປັນປະທານ.

        ທີ່ກອງປະຊຸມ, ຫວຽດນາມ ຕີລາຄາສູງຄວາມມານະພະຍາຍາມ ແລະ ການຮັບມື, ຫັນປ່ຽນຢ່າງໄວຂອງບັນດາປະເທດ CLMV ໃນການປະຕິບັດບັນດາການເຄື່ອນໄຫວ, ໂຄງການ. ກ່ຽວກັບແຜນການຟື້ນຟູພາຍຫຼັງໂລກລະບາດໂຄວິດ-19, ຫວຽດນາມ ສະເໜີໃຫ້ບັນດາປະເທດຈົ່ງເອົາໃຈໃສ່, ສືບຕໍ່ຍູ້ແຮງການປະຕິບັດບັນດາການເຄື່ອນໄຫວຮ່ວມມືໃນແຜນການກະທຳ CLMV 2021 – 2022, ຕິດພັນກັບບັນດາເປົ້າໝາຍຂອງຂໍ້ລິເລີ່ມເຊື່ອມໂຍງອາຊຽນ ແລະ ແຜນການສັງລວມໃນການສ້າງປະຊາຄົມອາຊຽນ ຮອດປີ 2025. ບັນດາປະເທດຄວນສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວສົ່ງອອກ-ນຳເຂົ້າລະຫວ່າງບັນດາປະເທດ, ພິເສດແມ່ນການເຄື່ອນໄຫວ ເຮັດລະບຽບການພາສີຜ່ານຊາຍແດນຢູ່ເຂດຊາຍແດນ, ສົ່ງເສີມການເພີ່ມທະວີການຮ່ວມສຳພັນລະຫວ່າງວິສາຫະກິດຂອງບັນດາປະເທດ CLMV ໃນຂົງເຂດປຸງແຕ່ງ, ສົ່ງອອກຜະລິດຕະພັນກະເສດ… ເພື່ອແນໃສ່ສ້າງເປັນລະບົບສະໜອງພາກພື້ນໂດຍ CLMV ເປັນແກນສານຕົ້ນຕໍ. ບັນດາປະເທດ CLMV ກໍ່ຄວນເພີ່ມທະວີຄວາມສະໜິດຕິດພັນກັບບັນດາເປົ້າໝາຍຂອງແຜນການສັງລວມເຊື່ອມຕໍ່ອາຊຽນ ຮອດປີ 2025.

ຕອບກັບ

ຂ່າວ/ບົດ​ອື່ນ