ກອງ​ປະຊຸມວົງ​ແຄບ ADMM: ອອກ​ຖະ​ແຫຼງການຮ່ວມ ວ່າ​ດ້ວຍ​ການ​ຮ່ວມ​ມື​ປ້ອງ​ກັນ ​ແລະ ຕ້ານ​​ໂລກລະບາດCovid – 19

(VOVWORLD) - ທີ່ກອງປະຊຸມວົງແຄບ ADMM ຄັ້ງນີ້, ບັນດາປະເທດ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ  ຮັບມືກັບໄພນາບຂູ່ຄວາມໝັ້ນຄົງແບບໃໝ່ໃນໄລຍະເກີດໂລກລະບາດ Covid – 19. 
ກອງ​ປະຊຸມວົງ​ແຄບ ADMM: ອອກ​ຖະ​ແຫຼງການຮ່ວມ ວ່າ​ດ້ວຍ​ການ​ຮ່ວມ​ມື​ປ້ອງ​ກັນ ​ແລະ ຕ້ານ​​ໂລກລະບາດCovid – 19 - ảnh 1ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານກອງປະຊຸມຄົບຄະນະ

        ໂດຍປະຕິບັດໂຄງການ ປີ ເປັນປະທານອາຊຽນ 2020, ຕອນເຊົ້າວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ, ກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ປີ  2020 (ADMM ວົງແຄບ) ໄດ້ໄຂກອງປະຊຸມຄົບຄະນະ ພາຍໃຕ້ການເປັນປະທານຂອງທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າຄະນະຜູ້ແທນຫວຽດນາມ. ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຍັງມີລັດຖະມົນຕີ, ຫົວໜ້າຄະນະຜູ້ແທນບັນດາປະເທດ ອາຊຽນ ແລະ ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi.

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວັນລິກ ເນັ້ນໜັກວ່າ:

        “ນີ້ແມ່ນກອງປະຊຸມຂັ້ນສູງທໍາອິດໃນປີ 2020, ກອງປະຊຸມວົງແຄບ ADMM ຄັ້ງນີ້ ມີບົດບາດສໍາຄັນທີ່ສຸດໃນການກໍານົດທິດການຮ່ວມມືໃຫ້ແກ່ ອາຊຽນ ໃນປີ 2020, ກະກຽມຂັ້ນຕອນເບື້ອງຕົ້ນໃຫ້ແກ່ກອງປະຊຸມ ADMM, ADMM + ເຊິ່ງຈະຈັດຂຶ້ນໃນທ້າຍປີ 2020 ນີ້. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ກໍໄດ້ແລກປ່ຽນຢ່າງກົງໄປກົງມາ, ມີລັກສະນະສ້າງສັນກ່ຽວກັບບັນດາສິ່ງທ້າທາຍຄວາມໝັ້ນຄົງ ເຊິ່ງ ໂລກ, ພາກພື້ນ ພິເສດແມ່ນ ອາຊຽນ ພວມຕ້ອງປະເຊີນໜ້າ. ພວກເຮົາກໍຕີລາຄາກ່ຽວກັບກົນໄກຮ່ວມມື ADMM, ADMM + ພ້ອມທັງປຶກສາຫາລືເປັນເອກະພາບກັນກ່ຽວກັບບາງການກໍານົດທິດ ແລະ ເນື້ອໃນຮ່ວມມື”.

        ຕໍ່ໜ້າສະພາບການຂອງເຊື້ອພະຍາດ Covid – 19 ໄດ້ແຜ່ລະບາດໄດ້ສູ່ໂລກ ແລະ ພາກພື້ນນັ້ນ, ທ່ານ ໂງຊວັນລິກ ເນັ້ນໜັກວ່າ ດ້ວຍບົດບາດເປັນປະທານຄະນະຜູ້ອໍານວຍການສູນເສນາຮັກ ອາຊຽນ ໃນປີ 2020, ຫວຽດນາມ ສະເໜີໃຫ້ບັນດາປະເທດສະມາຊິກ ຄົ້ນຄວ້າ ແລ້ວຈັດຕັ້ງການຝຶກແອບກ່ຽວກັບການແກ້ໄຂ ແລະ ຮັບມືກັບເຊື້ອພະຍາດຕິດຕໍ່ໃນປີ 2020.

        ທີ່ກອງປະຊຸມວົງແຄບ ADMM ຄັ້ງນີ້, ບັນດາປະເທດ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ  ຮັບມືກັບໄພນາບຂູ່ຄວາມໝັ້ນຄົງແບບໃໝ່ໃນໄລຍະເກີດໂລກລະບາດ Covid – 19. ຖະແຫຼງການຮ່ວມສະບັບດັ່ງກ່າວ ໄດ້ຢັ້ງຢືນ ຈະເພີ່ມທະວີການຮ່ວມມື, ສົມທົບ, ສາມັກຄີກັນໃນບັນດານະໂຍບາຍ, ຍຸດທະສາດ ແລະ ລາຍການຮັບມືກັບໂລກລະບາດຂອງ ອາຊຽນ.

 

ຕອບກັບ

ຂ່າວ/ບົດ​ອື່ນ