ກອງປະຊຸມສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວ “ຮ່າໂນ້ຍ - ວຽງຈັນ, ການຮ່ວມມືພ້ອມກັນພັດທະນາ”

(VOVWORLD) -  ອງປະຊຸມແມ່ນໂອກາດເພື່ອໃຫ້ອຳນາດການປົກຄອງ ແລະ ວິສາຫະກິດສອງທ້ອງຖິ່ນພົບປະ, ແລກປ່ຽນ ແລະ ແບ່ງປັນບັນດາຂໍ້ມູນຂ່າວທີ່ມີປະໂຫຍດກ່ຽວກັບກາລະໂອກາດລົງທຶນ, ແມ່ນຂົວເຊື່ອມຕໍ່ເພື່ອໃຫ້ວິສາຫະກິດໄດ້ພົບປະ...
ກອງປະຊຸມສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວ “ຮ່າໂນ້ຍ - ວຽງຈັນ, ການຮ່ວມມືພ້ອມກັນພັດທະນາ” - ảnh 1ທ່ານ ຫງວຽນແມ້ງກ່ວຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ກ່າວຄຳເຫັນທິ່ພິທິ

ວັນທີ 10 ສິງຫາ, ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວດ້ວຍຫົວຂໍ້ວ່າ “ຮ່າໂນ້ຍ - ວຽງຈັນ, ການຮ່ວມມືພ້ອມກັນພັດທະນາ”. ທ່ານ ຫງວຽນແມ້ງກ່ວຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ໃຫ້ຮູ້ວ່າ: ກອງປະຊຸມແມ່ນໂອກາດເພື່ອໃຫ້ອຳນາດການປົກຄອງ ແລະ ວິສາຫະກິດສອງທ້ອງຖິ່ນພົບປະ, ແລກປ່ຽນ ແລະ ແບ່ງປັນບັນດາຂໍ້ມູນຂ່າວທີ່ມີປະໂຫຍດກ່ຽວກັບກາລະໂອກາດລົງທຶນ, ແມ່ນຂົວເຊື່ອມຕໍ່ເພື່ອໃຫ້ວິສາຫະກິດໄດ້ພົບປະ, ຊອກຫາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນໃນຫຼາຍຂົງເຂດທ່າແຮງຂອງສອງທ້ອງຖິ່ນ. ທ່ານ ຫງວຽນແມ້ງກ່ວຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ໃຫ້ຮູ້ວ່າ:

        “ການຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວເພື່ອແນໃສ່ສ້າງສະພາບແວດລ້ອມ, ເງື່ອນໄຂເຊື່ອມຕໍ່ລະຫວ່າງບັນດາສະມາຄົມ, ວິສາຫະກິດຂອງສອງນະຄອນຫຼວງ ເພື່ອເພີ່ມທະວີນ້ຳໃຈຮ່ວມມືມິດຕະພາບ ແລະ ສ້າງການເຊື່ອມຕໍ່ໃນການລົງທຶນລະຫວ່າງບັນດາສະມາຄົມ, ວິສາຫະກິດຂອງນະຄອນຫຼວງສອງປະເທດ. ບັນດາໝາກຜົນທີ່ບັນລຸໄດ້ໃນຊຸມປີຜ່ານມາ, ຜ່ານກອງປະຊຸມຄັ້ງນີ້ຈະສືບຕໍ່ຈັດຕັ້ງບັນດາກອງປະຊຸມລົງນາມບັນດາບົດບັນທຶກຊ່ວຍຈຳ, ໃນຄັ້ງນີ້ໄດ້ລົງນາມ 3 ສະບັບ ແລະ ບັນດານັກລົງທຶນ, ບັນດາສະຫະສະມາຄົມ, ວິສາຫະກິດ ຈະສືບຕໍ່ພົບປະ, ແລກປ່ຽນ, ເຊື່ອມຕໍ່ເຊິ່ງກັນ ແລະ ກັນ”

ຕອບກັບ

ຂ່າວ/ບົດ​ອື່ນ