ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ຜ່ານ​​​ທາງ​ອອນ​ລາຍລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ

(VOVWORLD) -ກໍ່ທີ່ກອງປະຊຸມ, ຜູ້ຕາງໜ້າຂອງບັນດາສຳນັກງານອົງການເນັ້ນໜັກວ່າ ບົດບາດຂອງ ຫວຽດນາມ ນັບມື້ນັບເພີ່ມຂຶ້ນໃນປະຊາຄົມສາກົນ, ພິເສດແມ່ນຜົນງານທີ່ເປັນໜ້າປະທັບໃຈໃນການຄວບຄຸມໂລກລະບາດໂຄວິດ-19 ແລະ ຢັ້ງຢືນວ່າ ຫວຽດນາມ ແມ່ນປະເທດປອດໄພ, ສະຖານທີ່ມາລົງທຶນແຖວໜ້າຂອງວິສາຫະກິດ ສິງຫະໂປ ພາຍຫຼັງໂລກລະບາດໂຄວິດ-19.
ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ຜ່ານ​​​ທາງ​ອອນ​ລາຍລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ - ảnh 1ຄະນະຜູ້ແທນຫວຽດນາມເຂົ້າຮ່ວມ ກອງປະຊຸມສົ່ງເສີມການລົງທຶນຜ່ານທາງອອນລາຍລະຫວ່າງ ຫວຽດນາມ - ສິງກະໂປ (ພາບ:  baodautu.vn)

ໃນວັນທີ 17 ກັນຍາ, ກະຊວງແຜນການ ແລະ ການ ລົງທຶນ ຫວຽດນາມ ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ສິງກະໂປ, ສະຫະພັນການຜະລິດ ສິງກະໂປ ແລະ ສະຫະພັນວິສາຫະກິດ ສິງກະໂປ ຈັດກອງປະຊຸມສົ່ງເສີມການລົງທຶນຜ່ານທາງອອນລາຍລະຫວ່າງ ຫວຽດນາມ - ສິງກະໂປ ໂດຍມີການເຂົ້າຮ່ວມຂອງ 500 ວິສາຫະກິດຂຶ້ນກັບກວ່າ 80 ສະມາຄົມວິສາຫະກິດ ແລະ ຫ້ອງການການຄ້າ ສິງກະໂປ ຈາກບັນດາສະຖານທີ່ເຊື່ອມຕໍ່ຢູ່ ສິງຫະໂປ ແລະ ໃນທົ່ວໂລກ.

ກອງປະຊຸມໄດ້ສະໜອງບັນດາຂໍ້ມູນຂ່າວສານໃໝ່ທີ່ສຸດກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ, ຄວາມກຽມພ້ອມຂອງ ຫວຽດນາມ ເພື່ອຮັບເອົາກະແສເງິນລົງທຶນໃໝ່ຈາກຕ່າງປະເທດ; ນະໂຍບາຍພັດທະນາລະບົບຊີວະພາບບັນດາກຸ່ມຜະລິດຕະພັນ, ຂະແໜງອາຊີບ, ພິເສດແມ່ນໃນບັນດາຂົງເຂດ ເອເລັກໂຕນິກ, ຕ່ຳແຜ່ນຕັດຫຍິບ, ລົດໂອໂຕ, ການປຸງແຕ່ງສະບຽງອາຫານ… ວິວັດການຫັນໄປສູ່ດີຈີຕອນ ແລະ ພັດທະນານະຄອນອັດສະລິຍະຢູ່ ຫວຽດນາມ. ບັນດາຜູ້ແທນກໍ່ແບ່ງປັນບາງການກຳນົດທິດການຮ່ວມມືລະຫວ່າງສອງປະເທດຕາມທິດຍືນຍົງກວ່າໃນສະພາບການເສດຖະກິດໃນທົ່ວໂລກພວມຜັນແປສັບສົນ, ລະບົບການສະໜອງໄດ້ກຳນົດຄືນໃໝ່.

ກໍ່ທີ່ກອງປະຊຸມ, ຜູ້ຕາງໜ້າຂອງບັນດາສຳນັກງານອົງການເນັ້ນໜັກວ່າ ບົດບາດຂອງ ຫວຽດນາມ ນັບມື້ນັບເພີ່ມຂຶ້ນໃນປະຊາຄົມສາກົນ, ພິເສດແມ່ນຜົນງານທີ່ເປັນໜ້າປະທັບໃຈໃນການຄວບຄຸມໂລກລະບາດໂຄວິດ-19 ແລະ ຢັ້ງຢືນວ່າ ຫວຽດນາມ ແມ່ນປະເທດປອດໄພ, ສະຖານທີ່ມາລົງທຶນແຖວໜ້າຂອງວິສາຫະກິດ ສິງຫະໂປ ພາຍຫຼັງໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ