ກອງປະຊຸມສຸດຍອດ AU ຄັ້ງທີ 31

(VOVWORLD) - ບັນດາການນຳສະຫະພາບ ອາຟຣິກກາ (AU) ພວມເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 31 ຂອງ AU ແຕ່ວັນທີ 01 – 02 ກໍລະກົດ ຢູ່ນະຄອນຫລວງ Nouakchott ປະເທດ ໂມຣີຕານີ
ກອງປະຊຸມສຸດຍອດ AU ຄັ້ງທີ 31 - ảnh 1ທ່ານປະທານາທິບໍດີ ຣາວັນດາ Paul Kagame (ພາບ:  newsweek.com)

ດ້ວຍຫົວຂໍ້ວ່າ “ໄຊຊະນະໃນການຕໍ່ສູ້ຕ້ານການສໍ້ລາດບັງຫລວງ: ເສັ້ນທາງໝັ້ນຄົງສຳລັບການຫັນປ່ຽນຂອງ ອາຟຣິກາ”. ກອງປະຊຸມໄດ້ປຶກສາຫາລືບັນດາບັນຫາການຄ້າເສລີ, ຕ້ານການສໍ້ລາດບັງຫລວງ ແລະ ແກ້ໄຂບັນດາວິກິດການກ່ຽວກັບມະນຸດສະທຳ ແລະ ຄວາມໝັ້ນຄົງຂອງທະວີບ.

        ໃນຖານະບົດບາດເປັນປະທານ AU, ທ່ານປະທານາທິບໍດີ ຣາວັນດາ Paul Kagame ຈະຮຽກຮ້ອງຊຸກຍູ້ການຄ້າເສລີຢູ່ ອາຟຣິກາ. ການຕໍ່ສູ້ຕ້ານການສໍ້ລາດບັງຫລວງແມ່ນໜຶ່ງໃນບັນດາເປົ້າໝາຍຕົ້ນຕໍຂອງກອງປະຊຸມ AU ຄັ້ງທີ 31 ນີ້. ບັນດາການນຳປະເທດຕ່າງໆ ແລະ ລັດຖະບານເປັນສະມາຊິກ AU ຈະພິຈາລະນາວິວັດການສັນຕິພາບຢູ່ ຊູດັງໃຕ້, ບັນດາແຜນການໄກ່ເກ່ຍໃຫ້ການປະທະກັນທີ່ແກ່ຍາວເປັນເວລາຫລາຍທົດສະວັດລະຫວ່າງ ເອທີໂອປີ ແລະ ອີຣີເຕຣຍ.

ຕອບກັບ

ຂ່າວ/ບົດ​ອື່ນ