ກອງ​ປະ​ຊຸມ​ສຸດຍອດ EU ປັບ​ປຸງ​ຍຸດ​ທະ​ສາດ​ລວມ​ເພື່ອປະ​ເຊີນ​ໜ້າ​ກັບ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ການນຳເອີລົບ ຈະເລີ່ມຕົ້ນການປຶກສາຫາລືໃນຕອນບ່າຍວັນທີ 25 ກຸມພາ ດ້ວຍວາລະປະຊຸມສຳລັບການປະສານງານກ່ຽວກັບໂລກລະບາດໂຄວິດ - 19. ວັນເຮັດວຽກຕໍ່ໄປຈະສະຫງວນໃຫ້ແກ່ບັນດາບັນຫາໃນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. 
ກອງ​ປະ​ຊຸມ​ສຸດຍອດ EU ປັບ​ປຸງ​ຍຸດ​ທະ​ສາດ​ລວມ​ເພື່ອປະ​ເຊີນ​ໜ້າ​ກັບ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ກອງປະຊຸມສຸດຍອດວິສາມັນຂອງ ບັນດາການນຳສະຫະພາບເອີລົບ (EU) (ພາບ: AP)

ວັນທີ 25 ກຸມພາ, ກອງປະຊຸມສຸດຍອດວິສາມັນຂອງ ບັນດາການນຳສະຫະພາບເອີລົບ (EU) ໄດ້ໄຂຂຶ້ນ, ໃນນັ້ນ 27 ປະເທດຈະ ປຶກສາຫາລືກ່ຽວກັບວິທີການສຳຜັດລວມ ເຊິ່ງຈະໄດ້ນຳໃຊ້ເມື່ອປະເຊີນໜ້າກັບເຊື້ອໄວຣັດ SARS – CoV – 2 ສາຍພັນໃໝ່. ນີ້ແມ່ນໂອກາດໃຫ້ແກ່ບັນດາການນຳເອີລົບ ແກ້ໄຂຍຸດທະສາດວັກຊິນ ຂອງກຸ່ມ, ຈຳກັດການເດີນທາງໄປມາ ຂອງປະຊາຊົນ, ຂົນສົ່ງສິນຄ້າ ແລະ ການບໍລິການຢ່າງເສລີ.

        ການນຳເອີລົບ ຈະເລີ່ມຕົ້ນການປຶກສາຫາລືໃນຕອນບ່າຍວັນທີ 25 ກຸມພາ ດ້ວຍວາລະປະຊຸມສຳລັບການປະສານງານກ່ຽວກັບໂລກລະບາດໂຄວິດ - 19. ວັນເຮັດວຽກຕໍ່ໄປຈະສະຫງວນໃຫ້ແກ່ບັນດາບັນຫາໃນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ທ່ານ Charles Michel ປະທານສະພາ ເອີລົບ ຖືວ່າ ບຸລິມະສິດຍັງແມ່ນຄວາມໄວໃນການສັກວັກຊິນໃນທົ່ວ EU, ໃນນັ້ນໄດ້ສຸມໃສ່ວິວັດການອອກໃບອະນຸຍາດ ກໍ່ຄືການຜະລິດ ແລະ ແຈກຢາຍ ວັກຊິນ. ຫົວຂໍ້ນີ້ກໍ່ຈະໄດ້ຮັບການປຶກສາຫາລື ຢູ່ ລັດຖະສະພາ ເອີລົບ. ດັ່ງນັ້ນ, ບັນດາການນຳ ເອີລົບ ຈະມານະພະຍາຍາມນຳໃຊ້ຍຸດທະສາດລວມ ເມື່ອປະເຊີນໜ້າກັບເຊື້ອໄວຣັດ SARS – CoV – 2 ສາຍພັນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ