ກອງປະຊຸມສຸດຍອດ ຈີນ - ສະຫະພາບ ເອີລົບ.

ກອງປະຊຸມສຸດຍອດ ຈີນ - ສະຫະພາບ ເອີລົບ. - ảnh 1
ທ່ານນາຍົກລັດຖະມົນຕີ ເວີນເຈຍປ່າວ
ພາບ: vietbao.vn

(vov) - ກອງ​ປະຊຸມ​ສຸດ​ຍອດ ຈີນ - ສະຫະພາບ ​ເອີ​ລົບ ຄັ້ງ​ທີ 14 ​ໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 14/2 ຢູ່​ນະຄອນຫລວງ ປັກ​ກິ່ງ ປະ​ເທດ​ຈີນ. ທ່ານ​ນາຍົກລັດຖະມົນຕີ ​ເວີນ​ເຈຍ​ປ່າວ ຖື​ວ່າ ສອງ​ຝ່າຍ​ຄວນ​ມານະ​ພະຍາຍາມ​ຮ່ວມ​ກັນ ຍົກ​ອອກ​ບັນດາ​ສັນ     ຍາ​ນອັນ​ຕັ້ງຫນ້າ​ຢ່າງ​ແຂງ​ແຮງ, ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ຄວາມ​ສາມັກຄີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ ກໍ​ຄື​​ໃນ​ປະຊາ​ຄົມ​ໂລກ. ກ່ຽວ​ກັບ​ບັນຫາ​ຫນິ້ສິນ​ຂອງ​ລັດ ຢູ່ ເອີ​ລົບ, ທ່ານ​ນາຍົກລັດຖະມົນຕີ ​ເວີນ​ເຈ​ຍປາວ ​ໃຫ້​ຮູ້​ວ່າ​:​ ຈີນ ກຽມພ້ອມ​ໃຫ​້​ແກ່​ການ​ເຂົ້າ​ຮ່ວມ​ການ​ແກ້​ໄຂ​ວິ​ກິດ​ການ​ຫນິ້ສິນ​ຂອງ​ລັດ​ຢູ່ ​ເອີ​ລົບ ​ແລະ  ພ້ອມ​ແລ້ວ​ຮັກສາ​ການ​ພົບປະ ​ແລະ ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນກັບ​ສະຫະພາບ​ເອີ​ລົບ​ໃນ​ບັນຫາ​ນີ້. ທ່ານ​ປະທານ​ຄະນະ​ກຳມະການ ​ເອີ​ລົບ Jose Manuel Barroso ​ໃຫ້​ຮູ້​ວ່າ: ສະຫະພາບ​ເອີ​ລົບ ຈະ​ມາ​ນະພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາມາດ​​ເພື່ອ ຟື້ນ​ຟູ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ສອງ​ຝ່າຍ, ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ ​ແລະ ​ດຳ​ເນີນ​ທຸລະ​ກິດ, ສ້າງ​ເງື່ອນ​ໄຂ​ຮັກສາ​ທ່າ​ເຕີບ​ໂຕ​ດ້ານ​ການ​ຄ້າ ​ແລະ ການ​ລົງ​ທຶນ, ນຳ​ມາ​ຊຶ່ງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ໃຫ້​ແກ່​ສອງ​ຝ່າຍ. ທ່ານ Barroso ຢືນຢັນ​ວ່າ: ​ເຖິງ​ວ່າ ສອງ​ຝ່າຍ​ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ຫລາຍ​ຢ່າງ​ກໍ​ຕາມ ​ແຕ່​ຈະ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ດັ່ງກ່າວ ບົນ​ຈິດ​​ໃຈ​ຮ່ວມ​ມື, ຮັບ​ມື​ກັບ​​ສິ່ງ​ທ້າ​ທາຍທຸກ​ປະການ.

ນັກ​ຂ່າວ​ vov ປະຈຳຈີນ

 

 

ຕອບກັບ

ຂ່າວ/ບົດ​ອື່ນ