ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35: ອາເມລິກາ ຢັ້ງຢືນ ຍັງຄົງມີຄວາມສະໜິດຕິດພັນກັບ ອາຊີ

(VOVWORLD) -ວັນທີ 4 ພະຈິກ, ທ່ານລັດຖະມົນຕີກະຊວງການຄ້າ ອາເມລິກາ Willbur Ross ຢັ້ງຢືນວ່າ ວໍຊີງຕັນ ຍັງຄົງມີຄວາມສະໜິດຕິດພັນກັບ ອາຊີ ຢູ່, ເຖິງວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຕັດສິນໃຈວ່າ ຈະບໍ່ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ແລະ ບັນດາກອງປະຊຸມກ່ຽວຂ້ອງຢູ່ ບາງກອກ, ປະເທດ ໄທ. 

ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35: ອາເມລິກາ ຢັ້ງຢືນ ຍັງຄົງມີຄວາມສະໜິດຕິດພັນກັບ ອາຊີ - ảnh 1 ກອງປະຊຸມສຸດຍອດ ອາຊຽນ - ອາເມລິກາຄັ້ງທີ 7  (ພາບ: TTXVN)

ທ່ານລັດຖະມົນຕີ Willbur Ross ແລະ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ Robert O’Brien ແມ່ນບັນດາຜູ້ແທນສູງສຸດໃນຄະນະຜູ້ແທນ ອາເມລິກາ ທີ່ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS) ແລະ ກອງປະຊຸມຂັ້ນສູງ ອາຊຽນ - ອາເມລິກາ, ໃນເມື່ອຝ່າຍ ສ.ເກົາຫຼີ, ຍີ່ປຸ່ນ ແລະ ອິນເດຍ ລ້ວນແຕ່ມີການນໍາເຂົ້າຮ່ວມ. ບັນດາກອງປະຊຸມສຸດຍອດ ອາຊຽນ ທີ່ຈັດຂຶ້ນກ່ອນໜ້ານັ້ນ ແມ່ນລ້ວນແຕ່ມີການເຂົ້າຮ່ວມຂອງທ່ານປະທານາທິບໍດີ ຫຼື ຮອງປະທານາທິບໍດີ ອາເມລິກາ.

        ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ Donald Trump ຖືກຕໍາໜິຕິຕຽນວ່າ ຍ້ອນຢາກຖອນຕົວອອກຈາກສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). ເຖິງຢ່າງໃດກໍຕາມ, ທ່ານລັດຖະມົນຕີ Willbur Ross ໄດ້ປະຕິເສດຕໍ່ບັນດາຄໍາຕໍາໜິຕິຕຽນໂດຍຖືວ່າ ອາເມລິກາ ໄດ້ປິນຫຼັງໃສ່ບັນດາພັນທະມິດ ອາຊີ.

        ກ່າວຄໍາເຫັນທີ່ເວທີປາໄສເສດຖະກິດ ທີ່ໄດ້ຈັດຂຶ້ນຢູ່ນອກກອງປະຊຸມສຸດຍອດ ອາຊຽນ, ທ່ານລັດຖະມົນຕີ Willbur Ross ຢັ້ງຢືນວ່າ ອໍານາດການປົກຄອງທ່ານປະທານາທິບໍດີ Donald Trump ຍັງຄົງມີຄວາມສະໜິດຕິດພັນ ແລະ ສຸດຈິດສຸດໃຈ ກັບພາກພື້ນ. ທ່ານໃຫ້ຮູ້ວ່າ ອາເມລິກາ ພວມສືບຕໍ່ເຈລະຈາດ້ານການຄ້າກັບບັນດາປະເທດໃນພາກພື້ນ.


ຕອບກັບ

ຂ່າວ/ບົດ​ອື່ນ