ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36

(VOVWORLD) - ທາດແທ້ຂອງປະຊາຄົມ ອາຊຽນ ຍັງໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງ, ຄວາມສະໜິດຕິດພັນຂອງບັນດາສະມາຊິກໄດ້ ສ້າງເປັນກຳລັງແຮງສັງລວມ ເພື່ອຜ່ານຜ່າສິ່ງທ້າທາຍໄດ້ຢ່າງໝັ້ນຄົງ.
ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 - ảnh 1 ພິທີໄຂກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36

ພິທີໄຂກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ຖືກດຳເນີນຢ່າງສົມກຽດໃນຕອນເຊົ້າວັນທີ 26 ມິຖຸນາ ຢູ່ຮ່າໂນ້ຍ. ນີ້ແມ່ນກອງປະຊຸມສຸດຍອດຢ່າງເປັນທາງການທຳອິດໃນປີປະທານ ອາຊຽນ 2020 ຂອງ ຫວຽດນາມ. ກອງປະຊຸມໄດ້ດຳເນີນຕາມຮູບແບບທາງອອນລາຍ ດ້ວຍການເຂົ້າຮ່ວມຂອງການນຳ 10 ປະເທດສະມາຊິກ ອາຊຽນ. ເຂົ້າຮ່ວມພິທີໄຂຢູ່ ຫວຽດນາມ ມີທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ , ປະທານກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ, ປະທານກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ອາຊຽນ (AIPA) ຄັ້ງທີ 41 ພ້ອມດ້ວຍຜູ້ຕາງໜ້າຂອງບັນດາຄະນະທຸຕານຸທູດ, ສະຖານທູດ, ອົງການຈັດຕັ້ງສາກົນທີ່ປະຈຳຢູ່ ຮ່າໂນ້ຍ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ເປັນຄັ້ງທຳອິດພາຍຫລັງກ່ວາເຄິ່ງສະຕະວັດ, ກອງປະຊຸມສຸດຍອດນັດສາມັນຂອງ ອາຊຽນ ໄດ້ຈັດຕັ້ງທາງອອນລາຍ ເຊິ່ງໄດ້ສ່ອງແສງໃຫ້ເຫັນສະພາບຕົວຈິງກ່ຽວກັບບັນດາວິທີການເຄື່ອນໄຫວວຽກງານ ທີ່ພວມຖືກບັງຄັບໃຫ້ມີການປ່ຽນແປງ, ບໍ່ພຽງແຕ່ຍ້ອນການພັດທະນາຂອງວິທະຍາສາດເຕັກໂນໂລຊີເທົ່ານັ້ນ ຫາກຍັງຍ້ອນສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນນັ້ນ ແມ່ນເກີດໂລກລະບາດໂຄວິດ-19 ໃນທົ່ວໂລກອີກດ້ວຍ. ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລ້ວ, ພາຍຫລັງສ້າງຕັ້ງປະຊາຄົມມາເປັນເວລາ 5 ປີ, ອາຊຽນ ພວມຢືນຢູ່ຕໍ່ໜ້າກາລະໂອກາດ ແລະ ສິ່ງທ້າທາຍຍ້ອນການເຄື່ອນຍ້າຍພູມີຍຸດທະສາດທົ່ວໂລກ ກໍ່ຄືຜົນກະທົບຂອງໂລກລະບາດໂຄວິດ-19. ເຖິງຢ່າງໃດກໍ່ຕາມ, ທາດແທ້ຂອງປະຊາຄົມ ອາຊຽນ ຍັງໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງ, ຄວາມສະໜິດຕິດພັນຂອງບັນດາສະມາຊິກໄດ້ ສ້າງເປັນກຳລັງແຮງສັງລວມ ເພື່ອຜ່ານຜ່າສິ່ງທ້າທາຍໄດ້ຢ່າງໝັ້ນຄົງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

        “ປະຊາຄົມ ອາຊຽນ ໄດ້ມີການກະທຳ, ເປັນເຈົ້າການຮັບມື, ສະໜິດຕິດພັນບັນດາປະເທດໄດ້ຢ່າງທັນການ. ລະບົບຮັບມືດ້ານການແພດສຸກເສີນຂອງ ອາຊຽນ ແລະ ການຮ່ວມມືກັບບັນດາຄູ່ຮ່ວມມືໄດ້ເລີ່ມເຄື່ອນໄຫວແຕ່ຫົວທີເມື່ອເກີດໂລກລະບາດ. ບັນດາປະເທດ ອາຊຽນ ໄດ້ຕັ້ງໜ້າແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ, ສົມທົບກັນໃນການຄວບຄຸມ, ສະກັດກັ້ນໂລກລະບາດ. ທົ່ວ ອາຊຽນ ໄດ້ໃຫ້ຄຳໝັ້ນສັນຍາດ້ານການເມືອງຢູ່ລະດັບສູງສຸດ, ມີວິທີການສຳຜັດຢ່າງຄົບຊຸດ, ສັງລວມຢູ່ລະດັບຊາດ ແລະ ພາກພື້ນ, ເຊິ່ງໄດ້ສະແດງໃຫ້ເຫັນທາດແທ້ທີ່ໝັ້ນຄົງຂອງກຸ່ມ ອາຊຽນ ສາມັກຄີ ແລະ ສະໜິດຕິດພັນ, ເຕັມໄປດ້ວຍນ້ຳໃຈຮັກເພງ, ຊ່ວຍເຫຼືອກັນ.

ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 - ảnh 2 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ: ຄວາມຮັບຜິດຊອບຢ່າງໜັກໜ່ວງຂອງລັດຖະບານບັນດາປະເທດສະມາຊິກ ອາຊຽນ ແລະ ໃນນາມສ່ວນຕົວຂອງບັນດາການນຳໃນໄລຍະ 6 ເດືອນທ້າຍ 2020 ແມ່ນນຳ ອາຊຽນ ຜ່ານຜ່າໄລຍະຄັບຂັນຫຍຸ້ງຍາກນີ້, ເພື່ອເປັນພິຍານຫຼັກຖານໃຫ້ແກ່ຄຸນຄ່າ ແລະ ພະລັງຊີວິດທີ່ໝັ້ນຄົງຂອງປະຊາຄົມທີ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີຄວາມຂະຫຍັນຂັນເຄື່ອນ. ທ່ານ ຫງວຽນຊວັນຟຸກ ໃຫ້ຮູ້ຕື່ມອີກວ່າ:

        “ຂ້າພະເຈົ້າຫວັງວ່າ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ຈະແມ່ນໂອກາດ ເພືຶ່ອໃຫ້ພວກເຮົາ ຢັ້ງຢືນອີກຄັ້ງໜຶ່ງກ່ຽວກັບນ້ຳໃຈສາມັກຄີ, ເຈດຈຳນົງດ້ານການເມືອງທີ່ເຂັ້ມແຂງ ແລະ ຄວາມຕັດສິນໃຈຢ່າງສູງຂອງບັນດາປະເທດສະມາຊິກ ອາຊຽນ ຜ່ານຜ່າບັນດາສິ່ງທ້າທາຍ, ກ້າວຂຶ້ນຢ່າງໝັ້ນຄົງ. ທີ່ກອງປະຊຸມຄັ້ງນີ້, ພວກເຮົາຈະແລກປ່ຽນກ່ຽວກັບແຜນການຟື້ນຟູສັງລວມຂອງ ອາຊຽນ ພາຍຫລັງໂລກລະບາດ, ສ້າງສາງແຮອຸປະກອນການແພດສຸກເສີນຂອງ ອາຊຽນ, ສ້າງຂັ້ນຕອນຮັບມືກັບໂລກລະບາດໃຫ້ເປັນມາດຕະຖານຂອງ ອາຊຽນ ໃນກໍລະນີການແພດສຸກເສີນ...

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຫວັງວ່າ ກອງປະຊຸມຈະຮັບຮອງເອົາ “ຖະແຫຼງການວິໄສທັດຂອງບັນດາການນຳ ອາຊຽນ ກ່ຽວກັບປະຊາຄົມ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື: ຜ່ານຜ່າສິ່ງທ້າທາຍ, ຊຸກຍູ້ການເຕີບໂຕ” ແລະ ນັ້ນຈະແມ່ນເຂັ້ມຊີ້ທິດໃຫ້ແກ່ ອາຊຽນ ມີຄວາມເຊື່ອໝັ້ນກ້າວເດີນໄປ./.

ຕອບກັບ

ຂ່າວ/ບົດ​ອື່ນ