ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຈະ​ປຶກ​ສ​າ​ຫາ​ລື​ກ່ຽວ​ກັບຫຼາຍ​ເນື້ອ​ໃນ​ສຳ​ຄັນ

(VOVWORLD) -ວັນທີ 13 ຕຸລາ, ຫ້ອງວ່າການນາຍົກລັດຖະມົນຕີ ບຣູໄນ ປະກາດວ່າ ປະເທດປະທານ ອາຊຽນ 2021 ຈະຈັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39 ພ້ອມດ້ວຍກອງປະຊຸມອື່ນໆທີ່ກ່ຽວຂ້ອງຕາມຮູບການທາງໄກ. ຕາມນັ້ນແລ້ວ, ທັງໝົດ 11 ກອງປະຊຸມຈະຖືກຈັດຂຶ້ນແຕ່ວັນທີ 26 – 28 ຕຸລາ.
ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຈະ​ປຶກ​ສ​າ​ຫາ​ລື​ກ່ຽວ​ກັບຫຼາຍ​ເນື້ອ​ໃນ​ສຳ​ຄັນ - ảnh 1(ພາບປະກອບ: TTXVN)

ກອງປະຊຸມສຸດຍອດ ອາຊຽນ ດ້ວຍຫົວຂໍ້ “ພວກເຮົາເອົາໃຈໃສ່, ພວກເຮົາກະກຽມ, ພວກເຮົາວັດທະນາຖາວອນ” ຄາດວ່າ ຈະປຶກຫາລືກ່ຽວກັບຫຼາຍເນື້ອໃນຄື ເພີ່ມທະວີກຳລັງຟື້ນຟູຂອງປະຊາຄົມ ອາຊຽນ ພາຍຫຼັງໂລກລະບາດໂຄວິດ - 19 ຫຼາຍກວ່າອີກ, ຍົກສູງກຳລັງຄວາມພ້ອມຂອງ ອາຊຽນ ໃນການແກ້ໄຂສິ່ງທ້າທາຍລວມ, ຍາດແຍ່ງກາລະໂອກາດໃໝ່ເພື່ອມຸ່ງໄປເຖິງຄວາມວັດທະນະຖາວອນລວມ ແລະ ການຮັກສາການຮ່ວມມື ແນ່ໃສ່ບັນລຸໄດ້ບັນດາເປົ້າໝາຍໄລຍະຍາວຂອງພາກພື້ນ.

ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39 ແລະ ກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ຈະມີການເຂົ້າຮ່ວມຂອງການນຳ ອາຊຽນ ກໍຄືການນຳບັນດາປະເທດຄູ່ຮ່ວມມື ລວມມີ ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ອິນເດຍ, ອາເມລິກາ, ອົດສະຕາລີ ແລະ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ