ກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2

(VOVWORLD) -  ການນຳ 2 ທ່ານຈະສຸມໃສ່ບັນດາບາດກ້າວລະອຽດຂອງ ພຽງຢາງ ເພື່ອປອດນິວເຄຼຍ ແລະ ບັນດາມາດຕະການຈາກ ວໍຊິງຕັນ ຄືຫລຸດຜ່ອນບັນດາມາດຕະການລົງໂທດ ແລະ ປັບປຸງການພົວພັນ 2 ຝ່າຍ.
ກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un 

18 ໂມງ 30 ນາທີ, ວັນທີ 27 ກຸມພາ (ຕາມເວລາ ຫວຽດນາມ), ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un ໄດ້ເລີ່ມຕົ້ນກອງປະຊຸມສຸດຍອດຄັ້ງທີ 2 ຢ່າງເປັນທາງການ ຢູ່ໂຮງແຮມ Sofitel Legend Metropole, ຢູ່ເຂດໃຈກາງຂອງນະຄອນຫລວງ ຮ່າໂນ້ຍ. ຕາມແຈ້ງການຂອງທຳນຽບຂາວກ່ອນນັ້ນໃຫ້ຮູ້ວ່າ: ພາຍຫລັງພົບປະຈັບມືຕາມພິທີການທູດ, ທ່ານປະທານາທິບໍດີ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un ຈະມີການເຈລະຈາປິດລັບໃນເວລາປະມານ 20 ນາທີ ແລະ ຫລັງຈາກນັ້ນຈະ “ຮັບປະທານອາຫານຄ່ຳນຳກັນ”. ຄາດວ່າ ການນຳ 2 ທ່ານຈະມີການພົບປະຢ່າງເປັນທາງການໃນວັນທີ 28 ກຸມພາ.

        ວົງການນັກຊ່ຽວຊານໃຫ້ຂໍ້ສັງເຫດວ່າ: ທີ່ການພົບປະສຸດຍອດຄັ້ງນີ້, ການນຳ 2 ທ່ານຈະສຸມໃສ່ບັນດາບາດກ້າວລະອຽດຂອງ ພຽງຢາງ ເພື່ອປອດນິວເຄຼຍ ແລະ ບັນດາມາດຕະການຈາກ ວໍຊິງຕັນ ຄືຫລຸດຜ່ອນບັນດາມາດຕະການລົງໂທດ ແລະ ປັບປຸງການພົວພັນ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ