ກອງ​ປະ​ຊຸມ​ສຸດຍອດ​ນະ​ຄອນ​ອັດ​ສະ​ລິ​ຍະ 2019 - ດາ​ໜັງ: ສ້າງ​ນະ​ຄອນ ອັດ​ສະ​ລິ​ຍະ​​ແລະ ​ປອດ​ໄພ​ ດ້ວຍ​ບັນ​ດາ​ມາດ​ຕະ​ການ​ດີ​ຈີ​ຕອນ

(VOVWORLD) -ວັນທີ 23 ຕຸລາ, ຢູ່ນະຄອນດາໜັງ ໄດ້ດຳເນີນກອງປະຊຸມສຸດຍອດນະຄອນອັດສະລະຍະ 2019-ດາໜັງ ( Smart City Summit 2019- Da Nang) ດ້ວຍຫົວຂໍ້ວ່າ “ສ້າງນະຄອນອັດສະລິຍະ ແລະ ປອດໄພ ດ້ວຍມາດຕະການດີຈີຕອນ”. ມີຜູ້ແທນຫຼາຍກວ່າ 500 ທ່ານ.ທີ່ເປັນການນຳຂອງບັນດານະຄອນອັດສະລິຍະໃນໂລກ, ນັກວິທະຍາສາດ, ວິສາຫະກິດເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າຮ່ວມກອງປະຊຸມ.

ກອງ​ປະ​ຊຸມ​ສຸດຍອດ​ນະ​ຄອນ​ອັດ​ສະ​ລິ​ຍະ 2019 - ດາ​ໜັງ: ສ້າງ​ນະ​ຄອນ ອັດ​ສະ​ລິ​ຍະ​​ແລະ ​ປອດ​ໄພ​ ດ້ວຍ​ບັນ​ດາ​ມາດ​ຕະ​ການ​ດີ​ຈີ​ຕອນ - ảnh 1 ທ່ານ ຮິ່ງດຶກເທີ ປະທານຄະນະກຳມະການປະຊາຊົນ ນະຄອນດາໜັງ ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: VGP)

ກອງປະຊຸມໄດ້ແບ່ງປັນກ່ຽວກັບວິໄສທັດ, ຍຸດທະສາດ ແລະບົດຮຽນໃນການກໍ່ສ້າງຕົວເມືອງອັດສະລິຍະ; ບັນດາມາດຕະການຄຸ້ມຄອງ, ການວາງແຜນຜັງພັດທະນາຕົວເມືອງອັດສະລິຍະ ໃຫ້ສອດຄ່ອງກັບການພັດທະນາຂອງບັນດານະຄອນ ໂດຍອີງໃສ່ພື້ນຖານເຕັກໂນໂລຊີໃໝ່ ຂອງການປະຕິວັດອຸດສາຫະກຳຄັ້ງທີ 4. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຮິ່ງດຶກເທີ ປະທານຄະນະກຳມະການປະຊາຊົນ ນະຄອນດາໜັງ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າກຳນົດນະຄອນອັດສະລິຍະ ບໍ່ພຽງແຕ່ຫັນປ່ຽນການຄຸ້ມຄອງ, ບໍລິຫານ ຈາກຄວາມຮູ້ທີ່ເປັນມູນເຊື້ອ ຜ່ານການອີງໃສ່ຂໍ້ມູນ ແລະບັນດາມາດຕະການ ກ່ຽວກັບເຕັກໂນໂລຊີເທົ່ານັ້ນ ຫາກຍັງແມ່ນໜຶ່ງໃນບັນດາໂຄງການທີ່ເປັນກຳລັງໜູນ ໃນການພັດທະນາເສດຖະກິດ-ສັງຄົມ ຂອງນະຄອນດາໜັງອີກດ້ວຍ. ກອງປະຊຸມແມ່ນໂອກາດສຳຄັນ ເພື່ອໃຫ້ບັນດາອົງການຈັດຕັ້ງ ຂອງນະຄອນ ໄດ້ສຳຜັດ, ປຶກສາຫາລື ກັບບັນດາຄູ່ຮ່ວມມື, ນັກຊ່ຽວຊານທັງຢູ່ພາຍໃນ ແລະຕ່າງປະເທດ ກ່ຽວກັບຮູບແບບ, ເຕັກໂນໂລຊີ, ມາດຕະການ, ນະໂຍບາຍນຳໃຊ້ ເພື່ອຜັນຂະຫຍາຍບັນດາລະບົບໝູນໃຊ້ແບບອັດສະລິຍະ”

ຢູ່ນອກກອງປະຊຸມ, ກໍ່ໄດ້ດຳເນີນງານວາງສະແດງ ແນະນຳຜະລິດຕະພັນ ແລະການບໍລິການເຕັກໂນໂລຊີຂໍ້ມູນຂ່າວສານ ຂອງບັນດາວິສາຫະກິດທີ່ຢູ່ພາຍໃນປະເທດ, ແລະສາກົນ ກ່ຽວກັບການນຳໃຊ້ Smart City ເຂົ້າສູ່ຂົງເຂດການສຶກສາ, ກະສິກຳ, ຄົມມະນາຄົມ, ສາທາລະນະສຸກ, ການທ່ອງທ່ຽວ…

ຕອບກັບ

ຂ່າວ/ບົດ​ອື່ນ