ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ - ສ.ເກົາຫຼີ ​ຄັ້ງ​ທີ 21: ອາ​ຊຽນ ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່​ເລື່ອງ ສ.ເກົາຫຼີ ​ຜັ​ນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ມຸ່ງ​ໄປ​ສູ່​ທາງ​ທິດ​ໃຕ້​ໃໝ່

(VOVWORLD) -ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ ໃຫ້ຮູ້ວ່າ, ປະເທດນີ້ໄດ້ກ້າວເຂົ້າສູ່ໄລຍະທີ 2 ໃນການປະຕິບັດນະໂຍບາຍມຸ່ງໄປສູ່ທາງທິດໃຕ້ໃໝ່, ໃນນັ້ນມີບັນດາໂຄງການຮ່ວມມືໃໝ່ ເພື່ອແນໃສ່ຍົກການພົວພັນກັບບັນດາປະເທດ ອາຊຽນ ຂຶ້ນສູ່ລະດັບຂອງ 4 ຄູ່ຮ່ວມມືໃຫຍ່ຂອງ ສ.ເກົາຫຼີ ນັ້ນແມ່ນ ອາເມລິກາ, ຍີ່ປຸ່ນ, ຈີນ ແລະ ລັດເຊຍ
ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ - ສ.ເກົາຫຼີ ​ຄັ້ງ​ທີ 21: ອາ​ຊຽນ ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່​ເລື່ອງ ສ.ເກົາຫຼີ ​ຜັ​ນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ມຸ່ງ​ໄປ​ສູ່​ທາງ​ທິດ​ໃຕ້​ໃໝ່ - ảnh 1ກອງປະຊຸມສຸດຍອດອາຊຽນ - ສ.ເກົາຫຼີ ຄັ້ງທີ 21 (ພາບ: TTXVN) 

ວັນທີ 12 ພະຈິກ, ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ອາຊຽນ - ສ.ເກົາຫຼີ ຄັ້ງທີ 21, ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ ໃຫ້ຮູ້ວ່າ, ປະເທດນີ້ໄດ້ກ້າວເຂົ້າສູ່ໄລຍະທີ 2 ໃນການປະຕິບັດນະໂຍບາຍມຸ່ງໄປສູ່ທາງທິດໃຕ້ໃໝ່, ໃນນັ້ນມີບັນດາໂຄງການຮ່ວມມືໃໝ່ ເພື່ອແນໃສ່ຍົກການພົວພັນກັບບັນດາປະເທດ ອາຊຽນ ຂຶ້ນສູ່ລະດັບຂອງ 4 ຄູ່ຮ່ວມມືໃຫຍ່ຂອງ ສ.ເກົາຫຼີ ນັ້ນແມ່ນ ອາເມລິກາ, ຍີ່ປຸ່ນ, ຈີນ ແລະ ລັດເຊຍ, ສະແດງໃຫ້ເຫັນວ່າ ສ.ເກົາຫຼີຖືການພົວພັນກັບອາຊຽນເປັນສຳຄັນ. ສ.ເກົາຫຼີກໍ່ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງ ອາຊຽນ ພິເສດແມ່ນ ຫວຽດນາມ.

ສອງຝ່າຍໄດ້ຢັ້ງຢືນເຖິງຄວາມຕັດສິນໃຈໃນການເພີ່ມທະວີການຮ່ວມມື ເພື່ອປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດ, ອາຊຽນ ໄດ້ຕີລາຄາສູງຕໍ່ບັນດາການໜູນຊ່ວຍ ຂອງ ສ.ເກົາຫຼີໃນການຮັບມືກັບໂລກລະບາດ ໂຄວິດ - 19. ອາຊຽນກໍ່ສະເໜີໃຫ້ ສ.ເກົາຫຼີ ໜູນຊ່ວຍອາຊຽນຊຸກຍູ້ການຫັນເປັນດີຈີຕອນ, ນຳໃຊ້ເຕັກໂນໂລຢີໃໝ່, ເພີ່ມທະວີການເຊື່ອມຕໍ່, ຍາດແຍ່ງບັນດາກາລະໂອກາດຈາກການປະຕິວັດເຕັກໂນໂລຢີ 4.0. ສອງຝ່າຍໄດ້ເຫັນດີເປັນເອກະພາບ ຜັນຂະຫຍາຍສັນຍາການຄ້າເສລີ ອາຊຽນ - ສ.ເກົາຫຼີ (AKFTA) ຢ່າງຄົບຖ້ວນ, ລົງນາມສັນຍາ RCEP ໂດຍໄວ. ສອງຝ່າຍກໍ່ໄດ້ເຫັນດີເປັນເອກະພາບກ່ຽວກັບແຜນການກະທຳໄລຍະ 2021 – 2025 ເພື່ອແນໃສ່ກຳນົດທິດການພົວພັນອາຊຽນ - ສ.ເກົາຫຼີໃນໄລຍະ 5 ປີຈະມາເຖິງ.       

ຕອບກັບ

ຂ່າວ/ບົດ​ອື່ນ