ກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ຮັບຮອງເອົາຖະແຫຼງການ “ວິໄສທັດກ່ຽວກັບອາຊຽນສະໜິດຕິດພັນແລະເປັນເຈົ້າການຮັບມື”

(VOVWORLD) -ບັນດາປະເທດໄດ້ຍົກສູງຫຼັກໝັ້ນ ຫຼັກການຂອງອາຊຽນ ໃນການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ
ກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ຮັບຮອງເອົາຖະແຫຼງການ “ວິໄສທັດກ່ຽວກັບອາຊຽນສະໜິດຕິດພັນແລະເປັນເຈົ້າການຮັບມື” - ảnh 1 (ກອງປະຊຸມສຸດຍອດຄັ້ງທີ 36)

ທີ່ກອງປະຊຸມຄົບຄະນະຖືກດຳເນີນໃນຕອນເຊົ້າວັນທີ 26 ມິຖຸນາ, ການນຳບັນດາປະເທດອາຊຽນ ໄດ້ກວດກາຄືນຄວາມຄືບໜ້າໃນການກໍ່ສ້າງປະຊາຄົມ ນັບແຕ່ເມື່ອກອງປະຊຸມສຸດຍອດຄັ້ງທີ 35, ຊີ້ນຳທິດທາງຜັນຂະຫຍາຍບັນດາຈຸດສຸມການຮ່ວມມືໃນປີ, ການພົວພັນທາງການຕ່າງປະເທດຂອງອາຊຽນ ແລະ ແລກປ່ຽນບັນດາບັນຫາຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ບັນດາການນຳອາຊຽນ ໄດ້ເຫັນດີຄວນຍົກສູງຄວາມສາມາດໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງອາຊຽນ, ທັງຄວບຄຸມໂລກລະບາດຢ່າງມີປະສິດທິຜົນ, ທັງຟື້ນຟູບັນດາການເຄື່ອນໄຫວທາງດ້ານເສດຖະກິດ, ການຄ້າສາກົນ ແລະ ພາກພື້ນ. ພ້ອມກັນນັ້ນ, ບັນດາການນຳໄດ້ຖືວ່າ, ເລື່ອງສ້າງສຳເລັດ ແລະ ລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນປີ 2020 ຈະແມ່ນສານຢ່າງແຮງເພື່ອຢືນຢັນການສະໜັບສະໜູນຂອງອາຊຽນ ສຳລັບລະບົບການຄ້າຫຼາຍຝ່າຍ, ຫັນການຄ້າ ແລະ ການລົງທຶນເປັນເສລີ.

        ເມື່ອແລກປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນ, ບັນດາປະເທດໄດ້ຍົກສູງຫຼັກໝັ້ນ ຫຼັກການຂອງອາຊຽນ ໃນການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ເນັ້ນໜັກວ່າ ຄວນຍົກສູງຈິດໃຈເຄົາລົບກົດໝາຍ, ຍູ້ແຮງການຮ່ວມມືສ້າງຄວາມໄວ້ເນື້ອເຊື່ອໃຈ ນຳໃຊ້ບັນດາມາດຕະການໂດຍສັນຕິວິທີ ໂດຍອີງໃສ່ກົດໝາຍສາກົນ, ປະຕິບັດ DOC ຢ່າງຄົບຖ້ວນ ແລະ ມຸ່ງໄປເຖິງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ລະຫວ່າງອາຊຽນ ແລະ ຈີນ ໃຫ້ມີປະສິດທິພາບ, ປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ, UNCLOS 1982.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີຍົກສູງຄວາມສະໜິດຕິດພັນ, ການຮັບມືຂອງອາຊຽນ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນໄດ້ມີຫົວຄິດປະດິດສ້າງສະເໜີບັນດາຂໍ້ລິເລີ່ມ, ທັງເສີມຂະຫຍາຍບົດບາດຂອງອາຊຽນ, ທັງດຶງດູດການສະໜັບສະໜູນ ແລະ ການໜູນຊ່ວຍຂອງປະຊາຄົມສາກົນໃນການຕໍ່ສູ້ລວມກັບໂລກລະບາດໂຄວິດ-19.

        ເມື່ອເຕື້ອງເຖິງສະພາບການສາກົນ ແລະ ພາກພື້ນ, ໃນຂະນະທີ່ໂລກພວມມານະພະຍາຍາມຮັບມືກັບໂລກລະບາດໂຄວິດ-19, ຫວຽດນາມ ສະແດງຄວາມວິຕົກກັງວົນ, ຢູ່ບາງພາກພື້ນຍັງມີການກະທຳລະເມີດກົດໝາຍສາກົນ, ກໍ່ຄວາມຂາດສະຖຽນລະພາບ, ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຫຼຸດໜ້ອຍຖອຍລົງ. ຫວຽດນາມ ເນັ້ນໜັກວ່າ, ທຸກໆປະເທດຄວນຍົກສູງຈິດໃຈຮັບຜິດຊອບ, ເຄົາລົບກົດໝາຍ, ຍູ້ແຮງການສ້າງຄວາມໄວ້ເນື້ອເຊື່ອໃຈ, ແກ້ໄຂບັນດາການຂັດແຍ້ງໂດຍສັນຕິວິທີ ໂດຍອີງໃສ່ກົດໝາຍສາກົນ.

        ສິ້ນສຸດກອງປະຊຸມ, ບັນດາການນຳໄດ້ປະກາດຖະແຫຼງການປະທານ ກ່ຽວກັບໝາກຜົນກອງປະຊຸມສຸດຍອດອາຊຽນຄັ້ງທີ 36, ຮັບຮອງເອົາຖະແຫຼງການ “ວິໄສທັດກ່ຽວກັບອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື: ຜ່ານຜ່າບັນດາສິ່ງທ້າທາຍ ແລະ ຮັກສາການເຕີບໂຕ” ແລະ ຖະແຫຼງການອາຊຽນ ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດໃນໂລກແຫ່ງການປ່ຽນແປງວຽກງານ ແລະ ຮັບຮອງເອົາເອກະສານ 9 ສະບັບອື່ນອີກ.

ຕອບກັບ

ຂ່າວ/ບົດ​ອື່ນ