ກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 65 ອົງການອະນາໄມໂລກ

ກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 65 ອົງການອະນາໄມໂລກ - ảnh 1
ຄະນະຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງ WHO
(ພາບ: vietnamplus.vn)

(vovworld) – ວັນ​ທີ 21/5, ກອງ​ປະຊຸມສະມັດຊາ​ໃຫຍ່​ຄັ້ງ​ທີ 65 ​ອົງການ​ອະນາ​ໄມ​ໂລກ (ຫຼື WHO) ຖືກ​ໄຂ​ຂຶ້ນ​ຢູ່​ສຳນັກງານ​ສະຫະ​ປະຊາ​ຊາດ ທີ່ນະຄອນ ​ເຊີແນວ, ປະ​ເທດ ສະ​ວິດ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກ່ວາ 3000 ຄົນ ມາ​ຈາກ 194 ປະ​ເທດ​ສະມາຊິກ. ຄະນະ​ຜູ້​ແທນ​ຫວຽດນາມ​ ​ໂດຍ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສາທາລະນະ​ສຸກ Nguyen Viet Tien ນຳ​ໜ້າ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ. ກອງ​ປະຊຸມ​ສະມັດຊາ​ໃຫຍ່ WHO ຄັ້ງ​ນີ້​ແກ່ຍາວ​ໃນ​ເວລາ 6 ວັນ​​ເຊິ່ງສຸມ​​ໃສ່​ບັນດາ​ຫົວ​ຂໍ້​ຕົ້ນຕໍ​ເຊິ່ງລວມມີ: ​ຮັບ​ໃຊ້​ການ​ແພດ​ໃຫ້​ທົ່ວ​ປວງ​ຊົນ, ປ້ອງ​ກັນ ​ແລະ ຄວບ​ຄຸມ​ບັນດາ​ພະຍາດ​​ບໍ່​ຕິດ​ແປດ, ຕິດຕາມ​ກວດກາການ​ປະຕິບັດ​ເປົ້າ​ໝາຍ​ພັດທະນາ​ສະຫັດ​ສະ​ວັດ​ຂອງ ສະຫະ​ປະຊາ​ຊາດ​ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ສຸຂະພາບ​, ​ເພີ່ມ​ທະວີ​ການ​ປະຕິບັດ​ບັນດາ​ຂໍ້​ລິ​ເລີ່​ມລົບ​ລ້າງ​ພະຍາດ​​ໂປ​ລີ​ໂອ​ທ່ົວ​ໂລກ. ກ່ຽວ​ກັບ​ບັນຫາ​ຮັບ​ມື​ກັບ​ໂລກ​ໄຂ​້ຫວັດ​ຄື: ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ຕົວຢ່າງ ​ໄຂ້​ຫວັດ​ລະຫວ່າງ​ບັນດາປະ​ເທດສະມາຊິກ, ພ້ອມ​ທັງ​ອະນຸຍາດ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ທີ່​ມີ​ລາຍ​ຮັບ​ຕ່ຳ​ໄດ້​ສຳ​ພັດ ກັບ​ບັນດາ vacxin ຕ້ານ​ໄຂ້ຫວັດ, ຢາ​ຕ້ານ​ເຊື້ອ ​ແລະ ອຸປະກອນນຳ​ໃຊ້​ໃນ​ການກວດທີ່​ຈຳ​ເປັນ, ບັນຫາ​ໂພ​ສະນາ​ການ ​ແລະ ສຸຂະພາບ​ດ້ານ​ຈິດ​ໃຈ ກໍ​ນອນ​ໃນ​ໂຄງການ​ດຳ​ເນີນ​ງານ. ນອກ​ນັ້ນ, ກອງ​ປະຊຸມຍັງ​ຈະ​ຮັບຮອງ​ເອົາ​ນະ​ໂຍບາຍ​ການ​ເງິນ ​ແລະ ງົບປະມານ​ຂອງ​ໂຄງການ​ໃນ​ປີໜ້າ.

ຂ່າວ/ບົດ​ອື່ນ