ກອງ​ປະ​ຊຸມ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ວິ​ສະ​ວະ​ກອນ ອາ​ຊຽນ​ຈະ​ດຳ​ເນີນ​ໃນ​ວັນ​ທີ 25 ພະ​ຈິກ

(VOVWORLD) -ນີ້ແມ່ນອົງການເຕົ້າໂຮມບັນດາວິສະວະກອນ ທີ່ກ້ວາງໃຫຍ່ທີ່ສຸດຂອງ ອາຊຽນ. ໃນປະຫວັດສາດແຫ່ງການເຄື່ອນໄຫວມາເປັນ 38 ປິທີ່ຜ່ານມາ, ອົງການ AFEO ໄດ້ເຕົ້າໂຮມ, ຮ່ວມສຳພັນ ແລະ ຊຸກຍູ້ບັນດາການເຄື່ອນໄຫວຂອງນັກວິສະວະກອນ, ຍົກສູງລັກສະນະເປັນມືອາຊີບ, ເຊີດຊູນັກວິສະວະກອນ.
ກອງ​ປະ​ຊຸມ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ວິ​ສະ​ວະ​ກອນ ອາ​ຊຽນ​ຈະ​ດຳ​ເນີນ​ໃນ​ວັນ​ທີ 25 ພະ​ຈິກ - ảnh 1ກອງປະຊຸມຖະແຫຼງຂ່າວກ່ຽວກັບກອງປະຊຸມ ວິທະຍາສາດ - ເຕັກນິກປະຈຳປີ ຂອງ ສະຫະພັນບັນດາອົງການໄດ້ຈັ້ງວິສະວະກອນອາຊຽນ ຄັ້ງທີ 38 (ພາບ: hanoimoi.com.vn

ທີ່ກອງປະຊຸມຖະແຫຼງຂ່າວກ່ຽວກັບກອງປະຊຸມ ວິທະຍາສາດ - ເຕັກນິກປະຈຳປີ ຂອງ ສະຫະພັນບັນດາອົງການໄດ້ຈັ້ງວິສະວະກອນອາຊຽນ ຄັ້ງທີ 38 ໂດຍ ສະຫະພັນບັນດາສະມາຄົມວິທະຍາສາດ ເຕັກນິກ ຫວຽດນາມ (VUSTA) ຈັດຕັ້ງໃນວັນທີ 23 ພະຈິກ ຢູ່ຮ່າໂນ້ຍ, ຜູ້ຕາງໜ້າ VUSTA ໃຫ້ຮູ້ວ່າ: ອາຊຽນ CAFEO 38 ມີຫົວຂໍ້ວ່າ: “ເສີມຂະຫຍາຍຂໍ້ລິເລີ່ມ ແລະ ການກະທຳຂອງ ສະຫະພັນວິສະວະກອນ ອາຊຽນໃນການສ້າງປະຊາຄົມອາຊຽນຍືນຍົງ ແລະ ວັດທະນາຖາວອນ”. ກອງປະຊຸມ CAFEO ປີນີ້ ຢັ້ງຢືນຄຳໝັ້ນສັນສາຂອງ ສະຫະພັນບັນດາອົງການວິສະວະກອນ ອາຊຽນ (AFEO) ໃນການປະຕິບັດວິໄສທັດ ປະຊາຄົມ ອາຊຽນຮອດປີ 2025 ແລະ ໂຄງການດຳເນີນງານຮອດປີ 2030 ຂອງ ສະຫະປະຊາຊາດ ກ່ຽວກັບການພັດທະນາ ແບບຍືນຍົງໂດຍຜ່ານການປັບປຸງບົດບາດຫຼັກແຫຼ່ງຂອງບັນດາວິສະວະກອນໃນການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ, ເລີ່ມຕົ້ນບັນດາໂຄງການຮ່ວມມືດ້ານເຕັກນິກທີ່ມີຄຸນນະພາບສູງ. ທ່ານ ຫງຽມຫວູຂ໋າຍ ຮອງປະທານສະຫະພັນບັນດາສະມາຄົມວິທະຍາສາດເຕັກນິກ ຫວຽດນາມ ໃຫ້ຮູ້ວ່າ:

ນີ້ແມ່ນອົງການເຕົ້າໂຮມບັນດາວິສະວະກອນ ທີ່ກ້ວາງໃຫຍ່ທີ່ສຸດຂອງ ອາຊຽນ. ໃນປະຫວັດສາດແຫ່ງການເຄື່ອນໄຫວມາເປັນ 38 ປິທີ່ຜ່ານມາ, ອົງການ AFEO ໄດ້ເຕົ້າໂຮມ, ຮ່ວມສຳພັນ ແລະ ຊຸກຍູ້ບັນດາການເຄື່ອນໄຫວຂອງນັກວິສະວະກອນ, ຍົກສູງລັກສະນະເປັນມືອາຊີບ, ເຊີດຊູນັກວິສະວະກອນ.

ທີ່ວາລະໄຂກອງປະຊຸມ CAFEO 38 ເຊິ່ງຈະດຳເນີນໃນວັນທີ 25 ພະຈິກ, ຄາດວ່າ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະເຂົ້າຮ່ວມ ແລະ ມີບົດກ່າວປາໄສໄຂກອງປະຊຸມທີ່ສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ