ກອງ​ປະ​ຊ​ຸມ​ສະ​ໄໝ​ສະ​ມັນ​ເທື່ອ​ທີ 7, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV: ​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ການຄຸ້ມ​ຄອງ​ອາກອນ(ສະ​ບັບ​ປັບ​ປຸງ)

(VOVWORLD) -ຜູ້ເສຍອາກອນໄດ້ໜູນຊ່ວຍ, ແນະນຳປະຕິບັດການເສຍອາກອນ; ສະໜອງຂໍ້ມູນ, ເອກະສານເພື່ອປະຕິບັດພັນທະ, ສິດຜົນປະໂຫຍດກ່ຽວກັບອາກອນ, ໄດ້ຮັບເອກະສານທີ່ກ່ຽວຂ້ອງເຖິງພັດທະອາກອນຂອງບັນດາອົງການທີ່ມີໜ້າທີ່ເມື່ອດຳເນີນການກວດກາ, ກວດສອບບັນຊີ.
ກອງ​ປະ​ຊ​ຸມ​ສະ​ໄໝ​ສະ​ມັນ​ເທື່ອ​ທີ 7, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV: ​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ການຄຸ້ມ​ຄອງ​ອາກອນ(ສະ​ບັບ​ປັບ​ປຸງ) - ảnh 1ບັນດາສະມາຊິກສະພາແຫ່ງຊາດລົງປະຊາມະຕີຮັບຮອງເອົາກົດໝາຍວ່າດ້ວຍການຄຸ້ມຄອງອາກອນ(ພາບ: Quochoi.vn)

        ຕອນເຊົ້າວັນທີ 13 ມິຖຸນາ, ດ້ວຍອັດຕາ ສະມາຊິກສະພາແຫ່ງຊາດເຫັນດີແມ່ນ 91.32%, ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍການຄຸ້ມຄອງອາກອນ (ສະບັບປັບປຸງ). ກົດໝາຍໄດ້ກຳນົດສິດ ຂອງ ຜູ້ເສຍອາກອນຢ່າງຈະແຈ້ງ. ຕາມນັ້ນແລ້ວ, ຜູ້ເສຍອາກອນໄດ້ໜູນຊ່ວຍ, ແນະນຳປະຕິບັດການເສຍ ອາກອນ; ສະໜອງຂໍ້ມູນ, ເອກະສານເພື່ອປະຕິບັດພັນທະ, ສິດຜົນປະໂຫຍດກ່ຽວກັບອາກອນ, ໄດ້ຮັບເອກະສານທີ່ກ່ຽວຂ້ອງເຖິງພັນທະອາກອນຂອງບັນດາອົງການທີ່ມີໜ້າທີ່ເມື່ອດຳເນີນການກວດກາ, ກວດສອບບັນຊີ.

        ກ່ຽວຂ້ອງເຖິງຄວາມຮັບຜິດຊອບຂອງຜູ້ເສຍອາກອນ, ກົດໝາຍກຳນົດວ່າ: ຜູ້ເສຍ ອາກອນຕ້ອງລົງທະບຽນພາສີອາກອນ, ນຳໃຊ້ລະຫັດອາກອນຕາມຂໍ້ກຳນົດຂອງກົດໝາຍ, ການແຈ້ງອາກອນຢ່າງຖືກຕ້ອງ, ຊັດເຈນ, ຄົບຖ້ວນ ແລະ ຕ້ອງສົ່ງເອກະສານເສຍອາກອນຖືກຕາມເວລາກຳນົດ, ຮັບຜິດຊອບຕໍ່ກົດໝາຍກ່ຽວກັບຄວາມຊັດເຈນຖືກຕ້ອງ, ຄົບຖ້ວນຂອງເອກະສານອາກອນ…

        ແລະກໍ່ໃນຕອນເຊົ້າວັນທີ 13 ມິຖຸນາ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍທະຫານລາດປ້ອງກັນຕົວ (ສະບັບປັບປຸງ). ບັນດາສະມາຊິກສະພາແຫ່ງຊາດໄດ້ສະເໜີໃຫ້ຄະນະຮຽບຮຽງສືບຕໍ່ຊາບຊຶມແຜນນະໂຍບາຍ, ມະຕິຂອງພັກກ່ຽວກັບການຈັດຕັ້ງ, ປະຕິຮູບລະບົບເງິນເດືອນ…

ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາຮ່າງກົດໝາຍວ່າດ້ວຍເຄຫາ ແລະ ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ).

ຕອບກັບ

ຂ່າວ/ບົດ​ອື່ນ