ກອງປະຊຸມສະໄໝສາມັນປະຈຳເດືອນພຶດສະພາຂອງລັດຖະບານ

(VOVWORLD) - ບັນດາຄາດໝາຍຂອງເດືອນພຶດສະພາ ແມ່ນດີກວ່າເດືອນ ເມສາ.
ກອງປະຊຸມສະໄໝສາມັນປະຈຳເດືອນພຶດສະພາຂອງລັດຖະບານ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມລັດຖະບານນັດສາມັນປະຈໍາເດືອນເດືອນພຶດສະພາ (ພາບ: VGP)

ຕອນເຊົ້າວັນທີ 02 ມິຖຸນາ, ໄດ້ໄຂກອງປະຊຸມສະໄໝສາມັນປະຈຳເດືອນພຶດສະພາຂອງລັດຖະບານ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເພື່ອຕີລາຄາກ່ຽວກັບສະພາບການເສດຖະກິດ, ສັງຄົມເດືອນພຶດສະພາ - ເຊິ່ງແມ່ນເດືອນທຳອິດພາຍຫຼັງການແຍກຫ່າງໃນສັງຄົມ, ພື້ນຖານເສດຖະກິດເລີ່ມເຂົ້າສູ່ໄລຍະ “ເປັນປົກກະຕິໃໝ່”. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ, 48 ມື້ຜ່ານມາ, ຫວຽດນາມ ບໍ່ມີກໍລະນີຕິດໂລກລະບາດໃໝ່ໃນຊຸມຊົນ. ກໍລະນີຕິດໂລກລະບາດໂຄວິດ-19 ສ່ວນຫຼາຍແມ່ນໄດ້ອອກຈາກໂຮງໝໍແລ້ວ. ບັນດາອົງການສ່ືມວນຊົນ, ສຳນັກຂ່າວສານໃຫຍ່ຂອງໂລກໄດ້ໃຫ້ຂ່າວເປັນຫຼາຍຄັ້ງ, ຕີລາຄາສູງຜົນງານໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ຫວຽດນາມ. ສ່ວນໃນການພັດທະນາເສດຖະກິດ, ສັງຄົມ, ມີຫຼາຍແຂວງ, ນະຄອນໃນທົ່ວປະເທດໄດ້ວາງຄາດໝາຍສູ້ຊົນປະຕິບັດສຳເລັດ, ລື່ນກາຍແຜນການຂອງລັດປີ 2020. ໃນເດືອນພຶດສະພາ, ເລື່ອງຟື້ນຟູຕະຫຼາດທ່ອງທ່ຽວຢູ່ພາຍໃນປະເທດ ພວມຊີ້ໃຫ້ເຫັນວ່າ “ມີພະລັງຊີວິດຢ່າງແຮງ”. ຂະແໜງການບິນ ແລະ ທ່ອງທ່ຽວໄດ້ເລີ່ມກັບຄືນສູ່ການເຄື່ອນໄຫວຢ່າງຟົດຟື້ນ. ລັດຖະບານໄດ້ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງເພື່ອໜູນຊ່ວຍ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດຳເນີນທຸລະກິດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ເນັ້ນໜັກວ່າ.

        “ບັນດາຄາດໝາຍຂອງເດືອນພຶດສະພາ ແມ່ນດີກວ່າເດືອນ ເມສາ. ເດືອນ ພຶດສະພາ ກໍ່ແມ່ນເດືອນເຊິ່ງພາບພົດຂອງຫວຽດນາມ ບົນເວທີປາໄສສາກົນຖືກເພີ່ມຂຶ້ນ. ພວກເຮົາມີຈິດໃຈຂ້ຽວຂາດເດັກດຽວບໍ່ຖອນຖອຍຕໍ່ໜ້າສິ່ງທ້າທາຍ, ມີການປ່ຽນແປງໃໝ່ປະດິດຄິດສ້າງໃນການບໍລິຫານ, ເປັນເຈົ້າການດຶງດູດການລົງທຶນພັດທະນາ ນັບທັງຢູ່ພາຍໃນປະເທດ ແລະ ສາກົນ... ພວກເຮົາກຳນົດວ່າ, ນີ້ກໍ່ແມ່ນກາລະໂອກາດມີຄວາມໝາຍສຳຄັນທີ່ສຸດ ເພື່ອໃຫ້ຫວຽດນາມ ບືນຕົວຂຶ້ນໃນສະພາບໂລກພວມປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ”.

        ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງວ່າ, ຕ້ອງວາງອອກບັນດາມາດຕະການຢ່າງຂ້ຽວຂາດເພື່ອພັດທະນາປະເທດຊາດ, ສ້າງທ່ວງທ່າໃຫ້ແກ່ການພັດທະນາຢ່າງແຮງໃນຊຸມເດືອນທີ່ຍັງເຫຼືອຂອງປີ 2020.

ຕອນບ່າຍວັນດຽວກັນ, ເມື່ອສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາວ່າ, ຫວຽດນາມ ມີກາລະໂອກາດຟື້ນຟູເສດຖະກິດສັງຄົມຫຼາຍກວ່າປະເທດອື່ນ ໃນຂະນະທີ່ໂລກລະບາດຄວບຄຸມໄດ້. ເຖິງຢ່າງໃດກໍ່ຕາມ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງມານະພະຍາຍາມ, ມີຄວາມຕັດສິນໃຈສູງກວ່າອີກເພື່ອບັນລຸໄດ້ຜົນງານທາງດ້ານເສດຖະກິດສັງຄົມທີ່ໄດ້ວາງອອກໃຫ້ປີ 2020 ສູງທີ່ສຸດ. ທ່ານນາຍົກລັດຖະມົນຕີ ໄດ້ຍົກອອກບັນດາສິ່ງທ້າທາຍ, ໃນນັ້ນສິ່ງທ້າທາຍຢູ່ພາຍນອກຍັງແມ່ນໂລກລະບາດໂຄວິດ-19, ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງບັນດາປະເທດ.

        “ທີ່ໜຶ່ງແມ່ນຍົກສູງການຄວບຄຸບໂລກລະບາດ, ເຖິງວ່າໄດ້ຍູ້ໃຫ້ໂລກລະບາດຖອຍໄປ ແລະ ຄວບຄຸມໂລກລະບາດໄດ້ແລ້ວກໍ່ຕາມ, ແຕ່ບໍ່ຄວນປະໝາດ, ໂດຍສະເພາະແມ່ນຢູ່ບັນດານະຄອນໃຫຍ່, ບັນດາເຂດຊຸມຊົນເຕົ້າໂຮມຫຼາຍຄົນ. ທຸກຂັ້ນ, ທຸກຂະແໜງການຕ້ອງມີມາດຕະການແກ້ໄຂ, ມີຈິດໃຈເດັດດຽວ, ມີມາດຕະການແກ້ໄຂຢ່າງລະອຽດ ເພື່ອນຳເສດຖະກິດໃຫ້ບືນຕົວຂຶ້ນ, ບັນລຸເປົ້າໝາຍສູງສຸດຂອງປີ 2020. ສືບຕໍ່ສູ້ຊົນບັນລຸເປົ້າໝາຍຄວບຄູ່ນັ້ນແມ່ນ: ໄດ້ຮັບໄຊຊະນະໃນການຕ້ານໂລກລະບາດ ແລະ ຟື້ນຟູເສດຖະກິດສັງຄົມ.”

        ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຍູ້ແຮງການອະນຸມັດຜ່ານ, ຜັນຂະຫຍາຍບັນດາບ້ວງເງິນໜູນຊ່ວຍຂອງລັດຖະບານຢ່າງຂ້ຽວຂາດ; ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດຳເນີນທຸລະກິດ; ສົ່ງເສີມການທ່ອງທ່ຽວ ແລະ ການໃຊ້ສອຍຢູ່ພາຍໃນປະເທດ…

ຕອບກັບ

ຂ່າວ/ບົດ​ອື່ນ