ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14 ໄດ້ຈັດເປັນສອງຄັ້ງຜ່ານທາງອອນລາຍ ແລະ ໂດຍກົງ

(VOVWORLD) - ສືບຕໍ່ລາຍການຂອງວາລະປະຊຸມ ຄັ້ງທີ 46, ຕອນເຊົ້າວັນທີ 14 ກໍລະກົດ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ສະຫຼຸບກອງປະຊຸມສະໄໝສາມັນເທື່ອທີ 9 ແລະ ໃຫ້ຄຳເຫັນເບື້ອງຕົ້ນກ່ຽວກັບການກະກຽມກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ. 
ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14 ໄດ້ຈັດເປັນສອງຄັ້ງຜ່ານທາງອອນລາຍ ແລະ ໂດຍກົງ - ảnh 1 ທ່ານ ຫງວຽນແຮ້ງຟຸກ ເລຂານຸການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ (ພາບ: quochoi.vn)

  ທ່ານ ຫງວຽນແຮ້ງຟຸກ ເລຂານຸການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫ່ງຊາດໃຫ້ຮູ້ວ່າ: ຄາດວ່າເວລາເຮັດວຽກທັງໝົດຂອງກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດແມ່ນ 18 ມື້. ໃນນັ້ນ, ຄັ້ງທີ 1 ດຳເນີນຜ່ານທາງອອນລາຍແມ່ນ 9 ມື້, ເລີ່ມໃນວັນທີ 19 ຕຸລາ; ຄັ້ງທີ 2 ດຳເນີນປະຊຸມໂດຍກົງແມ່ນ 9 ມື້, ເລີ່ມແຕ່ວັນທີ 3 ພະຈິກ ແລະ  ສິ້ນສຸດໃນວັນທີ 12 ພະຈິກ.

ກໍ່ທີ່ວາລະເຮັດວຽກຕອນເຊົ້າ, ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບການປະກາດໃຊ້ດຳລັດໂດຍກຳນົດທິດການເຄື່ອນໄຫວສະແດງສິລະປະ ແລະ ການຜັນຂະຫຍາຍປະຕິບັດບັນດາຂໍ້ກຳນົດປັບປຸງ, ເພີ່ມເຕີມໃນກົດໝາຍວ່າດ້ວຍຈັດຕັ້ງສະພາແຫ່ງຊາດ.

ທີ່ວາລະເຮັດວຽກຕອນບ່າຍ, ຄະນະປະຈຳສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບລະດັບອາກອນປົກປັກຮັກສາສິ່ງແວດລ້ອມສຳລັບເຊື້ອເພີງຮັບໃຊ້ການບິນ ແລະ ປິດລົງວາລະຄັ້ງທີ 46.

ຕອບກັບ

ຂ່າວ/ບົດ​ອື່ນ