ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ XV ຖືກໄຂຂຶ້ນຢ່າງສົມກຽດ

(VOVWORLD) -ພິທີໄຂໄດ້ຖ່າຍຖອດທາງໄກຈາກສຳນັກງານສະພາແຫ່ງຊາດ ດ້ວຍ ການເຊື່ອມຕໍ່ກັບ 62 ສະຖານທີ່ຄະນະສະມາຊິກສະພາແຫ່ງຊາດຢູ່ແຂວງ, ນະຄອນຕ່າງໆ.
ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ XV ຖືກໄຂຂຶ້ນຢ່າງສົມກຽດ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ XV
(ພາບ: TTXVN)

ຕອນເຊົ້າວັນທີ 20 ຕຸລາ, ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ XV ຖືກໄຂຂຶ້ນຢ່າງສົມກຽດຕາມຮູບແບບທາງໄກ. ພິທີໄຂໄດ້ຖ່າຍຖອດທາງໄກຈາກສຳນັກງານສະພາແຫ່ງຊາດ ດ້ວຍການເຊື່ອມຕໍ່ກັບ 62 ສະຖານທີ່ຄະນະສະມາຊິກສະພາແຫ່ງຊາດຢູ່ແຂວງ, ນະຄອນຕ່າງໆ. ເຂົ້າຮ່ວມພິທີໄຂຢູ່ສະຖານທີ່ເຊື່ອມຕໍ່ທີ່ຫໍປະຊຸມ ຢຽນຮົ່ງ (ຮ່າໂນ້ຍ), ມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ບັນດາແຂກຖືກເຊີນສາກົນ ພ້ອມດ້ວຍສະມາຊິກສະພາແຫ່ງຊາດຊຸດທີ XV ຈຳນວນໜຶ່ງ

        ໂດຍດຳເນີນໃນສະພາບໂລກລະບາດໂຄວິດ-19 ພວມມີການຜັນແປຢ່າງສັບສົນ, ໃນວາລະໄຂ, ສະພາແຫ່ງຊາດໄດ້ສະຫງວນເວລາ 1 ນາທີກົ້ມຫົວໄວ້ອາໄລແກ່ດວງວິນຍານປະຊາຊົນ, ພະນັກງານ, ນັກຮົບທີ່ເສຍສະຫຼະຊີວິດຍ້ອນໂລກລະບາດໂຄວິດ-19.

        ທີ່ກອງປະຊຸມ, ເມື່ອເຕື້ອງເຖິງເນື້ອໃນກອງປະຊຸມຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ໃຫ້ຮູ້ວ່າ:

        “ສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 2 ສະບັບ, ຮ່າງມະຕິ 5 ສະບັບ, ພິຈາລະນາ, ປະກອບຄຳເຫັນໃສ່ຮ່າງກົດໝາຍອື່ນ 5 ສະບັບຕື່ມອີກ. ສະພາແຫ່ງຊາດຈະພິຈາລະນາບົດລາຍງານຂອງລັດຖະບານກ່ຽວກັບການຕີລາຄາໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ແລະ ຂຶ້ນແຜນງົບປະມານແຫ່ງລັດປີ 2021; ພິຈາລະນາ ແລະ ຕົກລົງແຜນການພັດທະນາເສດຖະກິດ-ສັງຄົມປີ 2022, ການຂຶ້ນແຜນງົບປະມານແຫ່ງລັດ ແລະ ວິທີຈັດແບ່ງງົບປະມານສູນກາງປີ 2022; ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19; ພິຈາລະນາ, ຕົກລົງແຜນການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ໄລຍະ 2021-2025…”

        ພາຍຫຼັງພິທີໄຂຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ສະເໜີບົດລາຍງານປະກາດໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມປີ 2021, ຄາດຄະເນແຜນການພັດທະນາເສດຖະກິດ-ສັງຄົມປີ 2022, ໃນນັ້ນມີວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

ໃນເຫດການທີ່ກ່ຽວຂ້ອງ, ໂດຍຕາງໜ້າຄະນະປະຈຳສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຫາກໍ່ເຊັນປະກາດໃຊ້ມະຕິເລກທີ 406 ກ່ຽວກັບເລື່ອງປະກາດໃຊ້ບາງມາດຕະການແກ້ໄຂ ເພື່ອແນໃສ່ໜູນຊ່ວຍວິສາຫະກິດ, ປະຊາຊົນຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19. ມະຕິມີຜົນສັກສິດນັບແຕ່ວັນທີ 19 ຕຸລາ 2021.

ຕອບກັບ

ຂ່າວ/ບົດ​ອື່ນ