ກອງ​ປະ​ຊຸມ​ສາ​ກົນ ແລະ ເຕັກ​ໂນ​ໂລ​ຢີ​ການ​ສື່​ສານ​ທີ່​ກ້າວ​ໜ້າ

(VOVWORLD) -ຄະນະຈັດຕັ້ງ ໃຫ້ຮູ້ວ່າ ATC 2019 ໄດ້ຮັບບົດປະກອບຄຳເຫັນ 125 ບົດ ຂອງບັກບັນລະຍານ ກ່ວາ 420ຄົນ ມາຈາກ 26 ປະເທດໃນໂລກ.

ກອງ​ປະ​ຊຸມ​ສາ​ກົນ ແລະ ເຕັກ​ໂນ​ໂລ​ຢີ​ການ​ສື່​ສານ​ທີ່​ກ້າວ​ໜ້າ - ảnh 1ທ່ານ ດ່ວານກວາງຮວານ, ຮອງປະທານສະມາຄົມວິທະຍຸໂທລະເລກ ກ່າວຄຳເຫັນໄຂກອງປະຊຸມ

(ພາບ: ictnews.vn)

ວັນທີ 17 ຕຸລາ, ກອງປະຊຸມສາກົນ ແລະ ເຕັກໂນໂລຢີການສື່ສານທີ່ກ້າວໜ້າ 2019 (ATC 2019) ໄດ້ດຳເນີນຢູ່ ຮ່າໂນ້ຍ, ໂດຍມີການເຂົ້າຮ່ວມຂອງ ຜູ້ແທນກ່ວາ 200 ຄົນທີ່ມາຈາກ 26 ປະເທດ, ບັນດາຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ມະຫາວິທະຍາໄລ, ສະຖາບັນ, ສະຖາບັນຄົ້ນຄ້ວາ, ກຸ່ມບໍລິສັດ, ວິສາຫະກິດພາຍໃນ ແລະ ຕ່າງປະເທດ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ຟ້າມຮົ່ງທ໊າຍ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ເນັ້ນໜັກວ່າ ເຕັກໂນໂລຢີໂທລະໂຄມມະນາຄົມ, ການສື່ສານສວມບົດບາດສຳຄັນທີ່ສຸດໃນການປະຕິວັດອຸດສາຫະກຳ 4.0. ນະຄອນອັດສະລິຍະ, ອຳນາດການປົກຄອງ ເອເລັກໂຕນິກ ພວມກາຍເປັນເປົ້າໝາຍທີ່ໄດ້ຮັບຄວາມເອົາໃຈໃສ່ຈາກ ຫວຽດນາມໃນການລົງທຶນກໍ່ສ້າງ. ເພື່ອໃຫ້ເປັນປະເທດດີຈີຕອນຢ່າງວ່ອງໄວ, ຫວຽດນາມຕ້ອງແລກປ່ຽນແນວຄວາມຄິດ, ຖອດຖອນບົດຮຽນຈາກບັນດານັກຊ່ຽວຊານ, ນັກວິທະຍາສາດສາກົນ, ພິເສດແມ່ນແບ່ງປັນ, ຖ່າຍທອດເຕັກໂນໂລຢີທີ່ກ້າວໜ້າໃນຂົງເຂດໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານ.

        ຄະນະຈັດຕັ້ງ ໃຫ້ຮູ້ວ່າ ATC 2019 ໄດ້ຮັບບົດປະກອບຄຳເຫັນ 125 ບົດ ຂອງບັກບັນລະຍານ ກ່ວາ 420ຄົນ ມາຈາກ 26 ປະເທດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ