ກອງ​ປະຊຸມ​ສໍາ​ມະ​ນາ “ປ້ອງ​ກັນ​ຂໍ້​ມູນ​ສ່ວນ​ຕົວ ​ແລະ ສິດ​ສ່ວນ​ຕົວ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ ​ແລະ ພັດທະນາ​ພື້ນຖານ​​ເສ​ດຖະກິດດີ​ຈີ​ຕອນ”

(VOVWORLD) -ປັດຈຸບັນ, ຫວຽດນາມມີກົດໝາຍ, ດໍາລັດດັດປັບບັນຫາປ້ອງກັນຂໍ້ມູນສ່ວນຕົວ 17 ສະບັບ.
ກອງ​ປະຊຸມ​ສໍາ​ມະ​ນາ “ປ້ອງ​ກັນ​ຂໍ້​ມູນ​ສ່ວນ​ຕົວ ​ແລະ ສິດ​ສ່ວນ​ຕົວ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ ​ແລະ ພັດທະນາ​ພື້ນຖານ​​ເສ​ດຖະກິດດີ​ຈີ​ຕອນ” - ảnh 1ກອງປະຊຸມສໍາມະນາ “ປ້ອງກັນຂໍ້ມູນສ່ວນຕົວ ແລະ ສິດສ່ວນຕົວໃນການຫັນເປັນດີຈີຕອນ ແລະ ພັດທະນາພື້ນຖານເສດຖະກິດດີຈີຕອນ (ພາບ: TTXVN)

        ໃນກອງປະຊຸມສໍາມະນາ “ປ້ອງກັນຂໍ້ມູນສ່ວນຕົວ ແລະ ສິດສ່ວນຕົວໃນການຫັນເປັນດີຈີຕອນ ແລະ ພັດທະນາພື້ນຖານເສດຖະກິດດີຈີຕອນ” ທີ່ຖືກດໍາເນີນໃນຕອນເຊົ້າວັນທີ 15 ກໍລະກົດ, ຢູ່ຮ່່າໂນ້ຍ, ບັນດານັກຊ່ຽວຊານໄດ້ຢັ້ງຢືນວ່າ ຂໍ້ມູນສ່ວນຕົວ ຕ້ອງໄດ້ຮັບການປ້ອງກັນ, ບໍ່ພຽງແຕ່ສະເພາະແຕ່ລະສ່ວນບຸກຄົນເທົ່ານັ້ນ ຫາກຍັງຕ້ອງຍົກຂຶ້ນສູ່ລະດັບສູງກວ່າ, ນັ້ນແມ່ນສ້າງຍຸດທະສາດແຫ່ງຊາດກ່ຽວກັບການປ້ອງກັນຂໍ້ມູນ”. ທ່ານ ຟ້າມກວາງຕູ໊, ຜູ້ອໍານວຍການແຫ່ງຊາດ ອົງການ Oxfam ຢູ່ ຫວຽດນາມ ໄດ້ເນັ້ນໜັກວ່າ:

        “ເລື່ອງປ້ອງກັນຂໍ້ມູນສ່ວນຕົວ, ຮັບປະກັນສິດສ່ວນຕົວ ແມ່ນວຽກງານທີ່ມີຄວາມສໍາຄັນຍິ່ງ. ວຽກງານດ່ັງກ່າວປະກອບສ່ວນເຂົ້າໃນການຂຸດຄົ້ນຂໍ້ມູນຢ່າງມີປະສິດທິຜົນ, ປົກປ້ອງສິດພົນລະເມືອງ ແລະ ສິດສ່ວນຕົວ, ກໍຄືສິດສ່ວນບຸກຄົນຂອງມະນຸດ”.

        ເຫັນດີຕໍ່ທັດສະນະດັ່ງກ່າວ, ທະນາຍຄວາມ ຫງວຽນຕ໊ຽນເລິບ, ນັກຊ່ຽວຊານສະຖາບັນຄົ້ນຄວ້ານະໂຍບາຍ ແລະ ພັດທະນາການສື່ສານ, ສະມາຄົມການສື່ສານດີຈີຕອນ ຫວຽດນາມ, ຖືວ່າ, ການປ້ອງກັນຂໍ້ມູນສ່ວນຕົວ ຕ້ອງສຸມໃສ່ການບໍລິຫານຂໍ້ມູນ ແລະ ການຄຸ້ມຄອງຂໍ້ມູນ. ປັດຈຸບັນ, ຫວຽດນາມມີກົດໝາຍ, ດໍາລັດດັດປັບບັນຫາປ້ອງກັນຂໍ້ມູນສ່ວນຕົວ 17 ສະບັບ. ພ້ອມກັບຂໍ້ກໍານົດຕ່າງໆຂອງກົດໝາຍ, ຍຸດທະສາດແຫ່ງຊາດກ່ຽວກັບການປ້ອງກັນຂໍ້ມູນຈະປະກອບສ່ວນສ້າງຄວາມເປັນເອກະພາບບັນດາການເຄື່ອນໄຫວປ້ອງກັນ ແລະ ຄຸ້ມຄອງຂໍ້ມູນຢູ່ລະດັບຊາດ. 

ຕອບກັບ

ຂ່າວ/ບົດ​ອື່ນ