ກອງປະຊຸມສໍາມະນາ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເລີ່ມ Start up ປະດິດຄິດສ້າງ: ກໍາແໜ້ນກາລະໂອກາດພັດທະນາ

(VOVWORLD) -ຕອນເຊົ້າວັນທີ 05 ເມສາ, ຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ສົມທົບກັບບໍລິສັດ Ibosses ຫວຽດນາມ ແລະ ສະຫະສະມາຄົມບັນຊີ, ຢັ້ງຢືນເອກະສານ ອັງກິດ ຈັດຕັ້ງ ກອງປະຊຸມສໍາມະນາທີ່ມີຫົວຂໍ້ວ່າ “ວິສາຫະກິດຂະໜາດນ້ອຍ ແລະ ກາງ ເລີ່ມ Start up ປະດິດຄິດສ້າງ: ກໍາແໜ້ນກາລະໂອກາດພັດທະນາ”

        ຕອນເຊົ້າວັນທີ 05 ເມສາ, ຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ສົມທົບກັບບໍລິສັດ Ibosses ຫວຽດນາມ ແລະ ສະຫະສະມາຄົມບັນຊີ, ຢັ້ງຢືນເອກະສານ ອັງກິດ ຈັດຕັ້ງ ກອງປະຊຸມສໍາມະນາທີ່ມີຫົວຂໍ້ວ່າ “ວິສາຫະກິດຂະໜາດນ້ອຍ ແລະ ກາງ ເລີ່ມ Start up ປະດິດຄິດສ້າງ: ກໍາແໜ້ນກາລະໂອກາດພັດທະນາ” ແລະ ພິທີປະກາດໂຄງການທົດລອງ ພັດທະນາເຂດ Start up ທີ່ສະຫງວນໃຫ້ແກ່ບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ.

ກອງປະຊຸມສໍາມະນາ ວິສາຫະກິດຂະໜາດນ້ອຍ ແລະ ກາງ  ເລີ່ມ Start up ປະດິດຄິດສ້າງ: ກໍາແໜ້ນກາລະໂອກາດພັດທະນາ - ảnh 1 ກອງປະຊຸມສໍາມະນາ ວິສາຫະກິດຂະໜາດນ້ອຍ ແລະ ກາງ  ເລີ່ມ Start up ປະດິດຄິດສ້າງ: ກໍາແໜ້ນກາລະໂອກາດພັດທະນາ (ພາບ: kinhtedothi.vn)

        ກອງປະຊຸມສໍາມະນາດັ່ງກ່າວ ແມ່ນເພື່ອແນໃສ່ຊຸກຍູ້ການພັດທະນາເສດຖະກິດ ອີງໃສ່ວິທະຍາສາດເຕັກໂນໂລຢີ ແລະ ປ່ຽນແປງໃໝ່, ປະດິດຄິດສ້າງ ຈາກບັນດາບົດຮຽນທີ່ປະສົບຜົນສໍາເລັດຂອງສາກົນ ແລະ ຍູ້ແຮງບັນດາມາດຕະການໜູນຊ່ວຍວິສາະກິດຂະໜາດນ້ອຍ ແລະ ກາງເລີ່ມ Start up ປະດິດຄິດສ້າງ ທີ່ໄດ້ກໍານົດໃນກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ. ສູນປ່ຽນແປງໃໝ່ການປະດິດຄິດສ້າງແຫ່ງຊາດ ຈະແມ່ນສູນຄົ້ນຄວ້າໂປແກຼມເຕັກໂນໂລຢີປ່ຽນແປງໃໝ່, ປະດິດຄິດສ້າງຢູ່ຫວຽດນາມ, ໝູນໃຊ້ບັນດາປະສົບການຈາກສາກົນຢ່າງເຖິງຖອງ, ລະດົມພາກເອກະຊົນ ຫຼື ນັກຊ່ຽວຊານຕ່າງປະເທດມາບໍລິຫານ, ສ້າງລະບອບລະບຽບການໃຫ້ມີຄວາມສະດວກ ເພື່ອສາມາດແກ້ງແຍ້ງກັບບັນດາປະເທດອື່ນໆໃນໂລກ. 

ຕອບກັບ

ຂ່າວ/ບົດ​ອື່ນ