ກອງ​ປະຊຸມ​ສໍາ​ມະ​ນາ​ໂຕະມົນ “70 ປີ​ແຫ່ງ​ກາ​ນຮ່ວມມື​ລະຫວ່າງ ລັດ​ເຊຍ - ຫວຽດນາມ ປະ​ຈໍາ ສະ​ຫະພັນ ລັດ​ເຊຍ

(VOVWORLD) - ວັນທີ 20 ມັງກອນ, ຢູ່ສໍານັກງານສະຖາບັນ ຕາເວັນອອກໄກ, ນະຄອນຫຼວງ ມົດສະກູ, ປະເທດ ລັດເຊຍ ໄດ້ດໍາເນີນກອງປະຊຸມສໍາມະນາ ດ້ວຍຫົວຂໍ້ “70 ປີ ແຫ່ງການຮ່ວມມືລະຫວ່າງ ລັດເຊຍ - ຫວຽດນາມ”. 
ກອງ​ປະຊຸມ​ສໍາ​ມະ​ນາ​ໂຕະມົນ “70 ປີ​ແຫ່ງ​ກາ​ນຮ່ວມມື​ລະຫວ່າງ ລັດ​ເຊຍ - ຫວຽດນາມ ປະ​ຈໍາ ສະ​ຫະພັນ ລັດ​ເຊຍ - ảnh 1ກອງປະຊຸມສໍາມະນາໂຕະມົນ “70 ປີແຫ່ງການຮ່ວມມືລະຫວ່າງ ລັດເຊຍ - ຫວຽດນາມ ປະຈໍາ ສະຫະພັນ ລັດເຊຍ 

       ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ Sergei Uyanaev ຮອງຫົວໜ້າສະຖາບັນຕາເວັນອອກໄກ, ສະຖາບັນບັນດິດ ວິທະຍາສາດ ສະຫະພັນ ລັດເຊຍ ຖືວ່າ: ຫົວຂໍ້ຂອງກອງປະຊຸມຄັ້ງນີີ້ ກໍແມ່ນຫົວຂໍ້ຂອງການພົວພັນລະຫວ່າງ ລັດເຊຍ - ຫວຽດນາມ ໃນປັດຈຸບັນ ແລະ ເຫດການສອງປະເທດໃກ້ຈະສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດນັ້ນ ກໍແມ່ນກໍາລັງໜູນເພື່ອສະຫຼຸບບັນດາຜົນງານ, ແງ່ຫວັງ ກໍຄືໜ້າທີ່ໃນການພົວພັນລະຫວ່າງສອງປະເທດ.

        “ລັດເຊຍ ກໍານົດວ່າ ການພົວພັນກັບຫວຽດນາມເວົ້າລວມ ສືບຕໍ່ພັດທະນາໃນທຸກຂົງເຂດ ນັບແຕ່ດ້ານການເມືອງ, ເສດຖະກິດຕະຫຼອດຮອດການຮ່ວມມືດ້ານປ້ອງກັນຊາດ, ການຮ່ວມມືດ້ານເຕັກນິກການທະຫານ. ການຮ່ວມມືໃນຂົງເຂດການສຶກສາ, ການທ່ອງທ່ຽວກໍ່ພັດທະນາຢ່າງແຮງ. ການພົວພັນສອງຝ່າຍກໍສວມບົດບາດສໍາຄັນ, ຂ້າມຜ່ານຂອບເຂດຂອງການຮ່ວມມືສະເພາະ, ສ້າງການພົວພັນຮ່ວມມືຫຼາຍຮູບຫຼາຍແບບ ແລະ ມີປະສິດທິຜົນໃນພາກພື້ນ. ສອງປະເທດໄດ້ຮ່ວມມື ແລະ ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສຫຼາຍຝ່າຍສໍາຄັນ, ບັນດາອົງການຈັດຕັ້ງສາກົນ. ສອງປະເທດກໍສ້າງກົນໄກຮ່ວມມືທີ່ມີປະສິດທິຜົນອີກດ້ວຍ”.

        ກອງປະຊຸມໄດ້ແບ່ງອອກເປັນ 4 ພາກ, ເຊິ່ງໄດ້ເຕື້ອງເຖິງບັນດາແງ່ມູມໃນການພົວພັນລະຫວ່າງລັດເຊຍ - ຫວຽດນາມ. ບັນດາບົດປະກອບຄໍາເຫັນ ໄດ້ຍົກອອກບັນດາມາດຕະການຊຸກຍູ້ການພົວພັນລະຫວ່າງ ລັດເຊຍ - ຫວຽດນາມ ຢ່າງຈະແຈ້ງ, ພ້ອມທັງຍົກອອກບັນດາຂໍ້ລິເລີ່ມ ເພື່ອສອງປະເທດມີຄວາມຜູກພັນກັນຫຼາຍກວ່າອີກ.

 ແອັງຕູ໊ - ວັນເທື່ອງ, ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈໍາ ລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ