ກອງປະຊຸມສໍາມະນາໜ່ວຍງານຮັບຜິດຊອບວຽກງານ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດຢູ່ທ່າກໍ່າປັ່ນຄັ້ງທີ 4

(VOVWORLD) - ຕອນເຊົ້າວັນທີ 9 ກັນຍາ, ຢູ່ຮ່າໂນ້ຍ ກົມຕໍາຫຼວດສືບສວນອາດຊະຍາກໍາຢາເສບຕິດ, ກະຊວງຕໍາຫຼວດ ຫວຽດນາມຈັດຕັ້ງ ກອງປະຊຸມສໍາມະນາໜ່ວຍງານຮັບຜິດຊອບວຽກງານ ອາຊຽນ  ກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດທີ່ທ່າກໍ່າປັ່ນຄັ້ງທີ 4. ເຂົ້າຮ່ວມກອງປະຊຸມສໍາມະນາມີຜູ້ແທນ 60 ທ່ານ ເຊິ່ງເປັນຜູ້ຕາງໜ້າໃຫ້ແກ່ 10 ປະເທດສະມາຊິກ ອາຊຽນ ແລະ ປະເທດຄູ່ເຈລະຈາຈີີນ.
ກອງປະຊຸມສໍາມະນາໜ່ວຍງານຮັບຜິດຊອບວຽກງານ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດຢູ່ທ່າກໍ່າປັ່ນຄັ້ງທີ 4  - ảnh 1ທ່ານພົນຕີ ຟ້າມວັນກາກ, ຫົວໜ້າກົມຕໍາຫຼວດສືບສວນອາດຊະຍາກໍາຢາເສບຕິດ, ກະຊວງຕໍາຫຼວດກ່າວຄໍາເຫັນທີ່ກອງປະຊຸມ  

        ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນໄດ້ສຸມໃສ່ແບ່ງປັນຂໍ້ມູນອັບເດັດກ່່ຽວກັບສະພາບອາດຊະຍາກໍາຢາເສບຕິດທາງທະເລ. ພ້ອມທັງປຶກສາຫາລືກ່ຽວກັບບັນດາຄວາມຫຍຸ້ງຍາກ ແລະ ເປັນເອກະພາບກັນກ່ຽວກັບບັນດາມາດຕະການໃນວຽກງານຄວບຄຸມຢາເສບຕິດທາງທະເລ. ໃນນັ້ນບັນດາປະເທດສະມາຊິກເຫັນດີປັບປຸງກົນໄກແລກປ່ຽນຂໍ້ມູນຂ່າວສານທີ່ພວມມີຢູ່ແລ້ວ. ນອກຈາກນັ້ນ ກໍສ້າງຕັ້ງໂທລະສັບສາຍດ່ວນລະຫວ່າງບັນດາປະເທດ ເພື່ອແລກປ່ຽນຂໍ້ມູນຂ່າວສານຢ່າງທັນການ, ສົມທົບກັນຄວບຄຸມ, ຕາມລາຈັບຕົວບັນດາເປົ້າໝາຍຂົນສົ່ງຢາເສບຕິດທາງທະເລ. ທ່ານພົນຕີ ຟ້າມວັນກາກ, ຫົວໜ້າກົມຕໍາຫຼວດສືບສວນອາດຊະຍາກໍາຢາເສບຕິດ, ກະຊວງຕໍາຫຼວດໃຫ້ຮູ້ວ່າ:

        “ຂ້າພະເຈົ້າສະເໜີໃຫ້ບັນດາປະເທດ ຄວນເອົາໃສ່ເປັນພິເສດເຖິງການຜັນຂະຫຍາຍ, ຍົກສູງປະສິດທິຜົນຂອງບັນດາມາດຕະການ, ເປັນເຈົ້າການປ້ອງກັນ, ຕ້ານ ແລະ ຕໍ່ສູ້ກັບອາດຊະຍາກໍາຢາເສບຕິດທາງທະເລ ທີ່ພວມຊ້ອນແຝມີຄວາມສ່ຽງ, ສິ່ງທ້າທາຍຫຼາຍຢ່າງໃນພາກພື້ນ; ເພີ່ມທະວີບັນດາການເຄື່ອນໄຫວສ້າງຕັ້ງບັນດາຄະນະສືບສວນລວມ, ຈັດສົ່ງພະນັກງານສືບສວນສົມທົບກັນດໍາເນີນການສືບສວນ, ເປັນເຈົ້າການສ້າງບັນດາຂໍ້ລິເລີ່ມຮ່ວມມືປ້ອງກັນ, ຕ້ານຢາເສບຕິດຂອງພາກພື້ນ ແລະ ແບ່ງປັນໜ້າທີ່ຄວາມຮັບຜິດຊອບ ລະດົມບັນດາແຫຼ່ງກໍາລັງຮັບໃຊ້ໃຫ້ແກ່ວຽກງານປ້ອງກັນ,ຕ້ານຢາເສບຕິດຢູ່ທະເລ”.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບນໍາກັນວ່າ ກົນໄກຮ່ວມມືໜ່ວຍງານຮັບຜິດຊອບວຽກງານ ອາຊຽນກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດທາງທະເລ ແມ່ນຂອບເຂດຮ່ວມມືສໍາຄັນຂອງພາກພື້ນ. ບັນດາປະເທດສືບຕໍ່ຮັກສາ ແລະ ເພີ່ມທະວີບັນດາການເຄື່ອນໄຫວສົມທົບກັນໃນການຕໍ່່ສູ້, ປ້ອງກັນ, ຕ້ານອາດຊະຍາກໍາຢາເສບຕິດເວົ້າລວມ ແລະ ອາດຊະຍາກໍາຢາເສບຕິດທາງທະເລເວົ້າສະເພາະລະຫວ່າງບັນດາປະເທດ ອາຊຽນ ໃຫ້ດີກວ່າອີກ. 

ຕອບກັບ

ຂ່າວ/ບົດ​ອື່ນ