ກອງປະຊຸມສຳມະນາ ບົດຮຽນໃນການດຶງດູດການລົງທຶນບັນດາແຂວງເຂດ ແຄມທະເລທາງພາກກາງ

ກອງປະຊຸມສຳມະນາ ບົດຮຽນໃນການດຶງດູດການລົງທຶນບັນດາແຂວງເຂດ ແຄມທະເລທາງພາກກາງ - ảnh 1
( ພາບປະກອບ )

( vovworld ) -    “ບັນ​ດາ​ແຂວງ​ເຂດ​ແຄມ​ທະ​ເລ​ທາງ​ພາກ​ກາງ​ຕ້ອງ​ມີ​ບາດກ້າວ​ບຸກທະລຸໃນ​ການ​ພັດທະນາ​ອຸດສາຫະກຳ​ສຳຮອງ, ມີ​ນະ​ໂຍບາຍ​ດຶງ​ດູດ​ຢ່າງ​ຄົບ​ຊຸດ, ສ້າງ​ສຽງ​ເວົ້າ​ລວມ​ເພື່ອ​ຮ່ວມ​ສຳພັນ​ໃນ​ການ​ພັດທະນາ”, ນັ້ນ​ແມ່ນ​ເນື້ອ​​ໃນ​​ເຊິ່ງ​ໄດ້​ຍົກ​ອອກ​ມາ​ທີ່​ກອງ​ປະຊຸມ​ສຳ​ມະ​ນາກ່ຽວ​ກັບ​ບົດຮຽນ​​ໃນ​ການ​ດຶງ​ດູດ​ການ​ລົງທຶນ​ຢູ່​ບັນດາ​ແຂວງ​ແຄມ​ທະ​ເລ​ທາງ​ພາກ​ກາງ​ຫວຽດນາມ ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 2/8, ຢູ່​ນະຄອນ​ກູ​ຍ​ເຍີນ, ​ແຂວງ​ບິ່ງ​ດິ້ງ. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ດຶງ​ດູດ​ຜູ້​ແທນ 300 ຄົນ​ເຊິ່ງ​ແມ່ນ​ການ​ນຳຂອງ 7 ​ແຂວງ​ເຂດ​ແຄມ​ທະ​ເລ​ທາງ​ພາກ​ກາງຈາກ ​ເທື່ອ​ທຽນ​​ເຫວ໋ ​​​ເຖິງ​ແຂວງ​ແຄ໋ງ​ຮວ່າ ພ​້ອມກັບ​ບັນດາ​ຜູ້​ຊຽວຊານ​ດ້ານ​ເສດຖະກິດ​ຢູ່ພາຍ​ໃນ​ປະ​ເທດ ​ແລະ ສາກົນ. ​ໄລ່​ມາ​ຮອດ​ຈຸດ​ເວລາ​ນີ້, 7 ​ແຂວງ​ເຂດ​ແຄມ​ທະ​ເລ​ທາງ​ພາກ​ກາງ ​​ສ້າງ​ຕັ້ງ​ເຂດ​ອຸດສາຫະກຳ​ໄດ້ 42 ​ແຫ່ງ ດ້ວຍ​ຈຳນວນເນື້ອ​ທີ່ດິນທັງ​ໝົດ​​ເກືອບ 14.000 ​ເຮັກ​ຕາ. ບັນດາ​ເຂດ​ອຸດສາຫະກຳ​ຂອງ​ເຂດແຄມ​ທະ​ເລ​ທາງ​ພາກ​ກາງ ​ຍັງ​ດຶງ​ດູດ 940 ​ໂຄງການ​ລົງທຶນ, ​ໃນ​ນັ້ນ​ມີ​ເກືອບ 170 ​ໂຄງການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ ດ້ວຍ​ຍອດ​ຈຳນວນ​ທຶນ​ເກືອບ 1,4 ຕື້ USD. ​ເມື່ອບັນດາ​ເຂດ​ອຸດສາ​ຫະກຳຖືກ​ນຳ​ເຂົ້າ​ໃຊ້ການ ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້ຜູ້​ອອກ​ແຮງ​ງານເກືອບ 150.000 ຄົນ. ​ເພື່ອ​​ໃຫ້ການ​ລົງທຶນ, ກໍ່ສ້າງ ​ແລະ ພັດທະນາ​ບັນດາ​ເຂດ​ອຸດສາຫະກຳ​ໃນ​​ແຂວງດຶງ​ດູດ​ບັນດາ​ຄູ່​ຮ່ວມ​ມື​ໃຫ້​ໄດ້, ປະລິຍາ​ເອກ Tran Du Lich, ຫົວໜ້າ​ກຸ່ມ​ທີ່​ປຶກສາການຮ່ວມ​ມື ​ແລະ ພັດທະນາ​ເຂດ​ພາກ​ກາງ ​ໄດ້​ສະ​ເໜີ​ວ່າ

        ບັນຫາ​ສຳຄັນ​ທີ່​ສຸດ​ໃນ​ປະຈຸ​ບັນ ​ແມ່ນ​ເຮັດ​ແນວ​ໃດ​​ເພື່ອປ່ຽນ​ໃໝ່​ຈີນ​ຕະນາ​ການ​ໃນ​ການວາງ​ແຜນກຳນົດ ​ເພື່ອ​ຫຼຸດຜ່ອນ​ລັກສະນະ​ບໍລິຫານ​ທ້ອງ​ຖິ່ນ, ​ຈັດ​ແບ່ງ​ກຳລັງ​ພະ​ລິດຄືນ​ໃໝ່​​ໃຫ້ມີ​ປະສິດທິ​ຜົນ​ໃນ​ທົ່ວ​ເຂດ​. ​ທາງເຂດ​ຕ້ອງ​ປະຕິບັດ​ຮູບ​ແບບ​ພາກສ່ວນ​ລັດ ​ແລະ ​ເອກະ​ຊົນ ຄູ່​ຮ່ວມ​ມື​ຕາມ​ແຜນ​ນະ​ໂຍບາຍ​ຂອງ​ລັດຖະບານ ເພື່ອ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ ​ແລະ ທ່າ​ກໍ່າ​ປັ່ນ.

ຂ່າວ/ບົດ​ອື່ນ