ກອງປະຊຸມສຳມະນາ “ສື່ມວນຊົນກັບວຽກງານກໍ່ສ້າງພັກ”

ກອງປະຊຸມສຳມະນາ “ສື່ມວນຊົນກັບວຽກງານກໍ່ສ້າງພັກ” - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:cpv.org.vn
(vovworld)- ຕອນ​ບ່າຍ​ວັນ​ທີ 14/3 ຢູ່ ຮ່າ​ໂນ້ຍ, ໃນ​ຂອ​ບ​ເຂດ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ນັກ​ຂ່າວ​ທົ່ວ​ປະ​ເທດ​ປີ 2016, ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ວາ​ລະ​ສານກອມ​ມູ​ນິດ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “ສື່ມວນ​ຊົນ​ກັບ​ບັນ​ຫາກໍ່​ສ້າງ​ພັກ”. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ໄດ້​ແລກ​ປ່ຽນ, ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບົດ​ບາດ, ທີ່​ຕັ້ງ​ຂອງ​ສື່ມວ​ນ​ຊົນ, ຂອງ​ຜູ້​ເຮັດ​ວຽກ​ງານ​ຫນັງ​ສ​ື​ພິມ​ໃນ​ວຽກ​ງານກໍ່​ສ້າງ​ພັກ​ປະ​ຈຸ​ບັນ, ບັນ​ດາ​ບົດ​ຮຽນ ພຶດ​ຕິ​ກຳ​ຕົວ​ຈິງຂອງ​ນັກ​ຂ່າວ, ບັນ​ນາ​ທິ​ການ​ໃນ​ການ​​ລາຍ​ງານຂ່າວ, ຂ​ຽນ ​ບົດກ່ຽວ​ກັບ​ວຽກ​ງານກໍ່​ສ້າງ​ພັກ, ມາດ​ຕະ​ການ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ຫນັງ​ສື​ພິມ​ກ່ຽວ​ກັບ​ວຽກ​ງານກໍ່​ສ້າງ​ພັກ​. ການ​ໂຄ​ສະ​ນາ​ກ່ຽວ​ກັບ​ວຽກ​ງານກໍ່​ສ້າງ​ພັກ ຄວນ​ປ່ຽນ​ໃຫມ່​ຢ່າງ​ແຮງກວ່າ, ຕາມ​ທິດ​ສຳ​ຜັດ​ຫລາຍ​ຂົ້ວ, ໃກ້​ຊິດ​ຕິດ​ແທດ​ກັບ​ຊີ​ວິດ​ຕົວ​ຈິງ.
ຂ່າວ/ບົດ​ອື່ນ