ກອງ​ປະ​ຊຸມ​ສຳ​ມະ​ນາ ອ​າ​ຊຽນ-ສະ​ຫະ​ປະ​ຊາ​ຊາດຄັ້ງ​ທີ 7- ການ​ເຈ​ລະ​ຈາຂັ້ນ​ພາ​ກ​ພື້ນ​ຄັ້ງ​ທີ 5 ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ-ຄວາມ​ໝັ້ນ​ຄົງ

(VOVWORLD) -   ໃນຂອບເຂດກອງປະຊຸມສຳມະນາອາຊຽນ-ສະຫະປະຊາຊາດ (AURED) ຄັ້ງທີ 7, ການເຈລະຈາຂັ້ນພາກພື້ນ ຄັ້ງທີ 5 ກ່ຽວກັບການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງດວ້ຍຫົວຂໍ້ວ່າ: “ສຸມໃສ່ສົມທົບກັນໜູນຊ່ວຍສະຖາບັນອາຊຽນກ່ຽວກັບສັນຕິພາບ ແລະ ການໄກ່ເກຍ”ເຊິ່ງໄດ້ໄຂຂຶ້ນໃນວັນທີ 3 ທັນວາ, ທີ່ ນະຄອນຫຼວງຮ່າໂນ້ຍ.
ກອງ​ປະ​ຊຸມ​ສຳ​ມະ​ນາ ອ​າ​ຊຽນ-ສະ​ຫະ​ປະ​ຊາ​ຊາດຄັ້ງ​ທີ 7- ການ​ເຈ​ລະ​ຈາຂັ້ນ​ພາ​ກ​ພື້ນ​ຄັ້ງ​ທີ 5 ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ-ຄວາມ​ໝັ້ນ​ຄົງ - ảnh 1 ທ່ານ ຫງວຽນກວັກຢຸ໊ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ (ພາບ: TTXVN)

      ກ່າວຄຳປາໄສເປີດການເຈລະຈາ, ທ່ານ ຫງວຽນກວັກຢຸ໊ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສອາຊຽນ-ຫວຽດນາມ, ສະເໜີໃຫ້ກອງປະຊຸມສຳມະນາເອົາໃຈໃສ່ຍູ້ແຮງການຮ່ວມມືລະຫວ່າງ ອາຊຽນ ແລະ ສະຫະປະຊາຊາດກ່ຽວກັບດ້ານການທູດໃນການປ້ອງກັນ ແລະ ສະກັດກັ້ນການປະທະກັນ, ກໍ່ສ້າງກຸ່ມນັກຊ່ຽວຊານອາຊຽນໂດຍແນໃສ່ການໜູນຊ່ວຍການຄຸ້ມຄອງການປະທະກັນ, ແກ້ໄຂຄວາມເຄັ່ງຕຶງ. ດ້ວຍຖານະເປັນສະມາຊິກບໍ່ປະຈຳການສະພາຄວາມໝັ້ນຄົງຂອງສະຫະປະຊາຊາດໄລຍະ 2020-2021, ທ່ານຮອງລັດຖະມົນຕີໄດ້ຢັ້ງຢືນ ຕໍ່ຄຳໝັ້ນສັນຍາຢ່າງສູງຂອງຫວຽດນາມ, ພ້ອມກັບບັນດາປະເທດອື່ນໆໃນອາຊຽນ, ຈະປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຊຸກຍູ້ສັນຕິພາບໃນພາກພື້ນແລະໃນທົ່ວໂລກ.

        ທ່ານ Khaled Khiari ຜູ້ຊ່ວຍເລຂາທິການໃຫ່ຍສະຫະປະຊາຊາດ ກໍໄດ້ຢັ້ງຢືນເຖິງຄຳໝັ້ນສັນຍາຂອງສະຫະປະຊາຊາດເຊິ່ງພ້ອມແລ້ວທີ່ຈະສົມທົບກັນຢ່າງແໜ້ນແຟ້ນກັບອາຊຽນ ແລະ AIPR, ຊຸກຍູ້ຜັນຂະຫຍາຍບັນດາຂໍ້ສະເໜີຂອງກອງປະຊຸມສຳມະນາ AURED ຢ່າງມີປະສິດທິຜົນ, ໃນນັ້ນ, ມີວຽກງານຍູ້ແຮງບົດບາດຂອງແມ່ຍິງໃນສັນຕິພາບ, ຄວາມໝັ້ນຄົງ ແລະ ສ້າງກຸ່ມນັກຊ່ຽວຊານເພື່ອໜູນຊ່ວຍບັນດາການເຄື່ອນໄຫວຂອງ AIPR./.

ຕອບກັບ

ຂ່າວ/ບົດ​ອື່ນ