ກອງ​ປະຊຸມ​ສຳ​ມະ​ນາ ເສດຖະກິດ​ຫວຽດນາມ ​ປີ 2012-​ແງ່​ຫວັງ​ ພັດທະນາ​ໃນ​ປີ 2013

ກອງ​ປະຊຸມ​ສຳ​ມະ​ນາ ເສດຖະກິດ​ຫວຽດນາມ ​ປີ 2012-​ແງ່​ຫວັງ​ ພັດທະນາ​ໃນ​ປີ 2013 - ảnh 1

ຫວຽດນາມ ​ແລະ ​ແງ່​ຫວັງ​ເສດ​ຖະກິດ

(ພາບ:tinmoi.vn)

(VOV)-  ຕອນ​ເຊົ້າວັນທີ 7/12, ​ຢູ່​ຮ່າ​ໂນ້ຍ, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ​ໄດ້​ຈັດ ກອງ​ປະຊຸມ​ສຳ​ມະ​ນາ “ເສດຖະກິດ​ຫວຽດນາມ ​ປີ 2012-​ແງ່​ຫວັງ​ພັດທະນາ​ໃນ​ປີ 2013“.

   ຄາດ​ວ່າ, ປີ 2012, ລະດັບ​ການ​ຈະ​ເລີ​ນເຕີບ​ໂຕ​ຂອງຫວຽດນາມ ບັນລຸ​ພຽງ 5,2% ​​ເທົ່າ​ນັ້ນ ແລະ ​ເຖິງ​ວ່າ​ບໍ່​ບັນລຸ​ຄາດໝາຍທີ່​ໄດ້​ວາງ​ອອກ​ຄື 6% ​ແຕ່​ເສດຖະກິດ​ຫວຽດນາມ ພັດ​ບັນລຸ​ໄດ້​ຈຸດໝາຍ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້. ທ່ານ​ນາງ​ຟໍທິກີ​ມຈີ, ຫົວໜ້າ​ພະ​ແນ​ກວິ​ເຄາະ ​ແລະ ຄາດ​ຄະ​ເນ, ສູນ​ຖະ​ແຫຼ​ງຂ່າວ ​ແລະ ຄາດ​ຄະ​ເນ​ເສດຖະກິດ​ສັງຄົມ​ຫວຽດນາມ ຖື​ວ່າ:

   “​ໃນ​ປີ 2012, ການ​ບໍລິຫານ​ດ້ານເສດຖະກິດຂອງ​ລັດຖະບານ​ຫວຽ​ດນາມ ​ໄດ້​ຕິດ​ພັນ​ກັບ​ການ​ຜັນ​ແປ​ຂອງ​ເສດຖະກິດ​ທີ່​ສຸດ. ​ເຖິງ​ວ່າ ບໍ່ທັນ​ບັນລຸ​ໄດ້​ຄາດໝາຍ​ການ​ເຕີບ​ໂຕ​ຄື​ດັ່ງ​ການ​ລໍຄອຍກໍ່ຕາມ​ແຕ່​ການ​ບໍລິຫານ​ກໍ່​ນັບ​ມື້​ນັບ​ຕິດ​ພັນ​ກ່ວາ ​ແລະ ​ໄປ​ຄຽງ​ຄູ່​ກັບ​ການ​ຜັນ​ແປ​ຂອງ​ພື້ນຖານ​ເສດຖະກິດ​ພາຍ​ໃນ​ປະ​ເທດ

   ​ໃນ​ປີ 2013, ​ເສດຖະກິດ​ຫວຽດນາມ ອາດ​ຈະ​ຟື້ນ​ຕົວ​ທ່າ​ເຕີບ​ໂຕ. ພິ​ເສດ, ​ໃນ​ປີ 2013, ຄາດ​ວ່າ ​ແຫຼ່ງ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ ​ແລະ ​ແຫຼ່ງ​ເງິນ​ໜູນ​ຊ່ວຍ​ການ​ພັດ​ທະ​ນາ​ທາງ​ການ (ODA) ຈະ​ເພີ່ມ​ຂຶ້ນ​ສູງ. ທ່ານ​ດັ້ງຮູ​ຍດົງ, ຮອງ​ລັດຖະມົນ​ຕີກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ວິ​ເຄາະ​ວ່າ:

   “​ເພື່ອ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ​ຢ່າງ​ທັນ​ການ, ສືບ​ຕໍ່​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ນັ້ນ, ​ໄປ​ຄຽງ​ຄູ່​ກັບ​ເລື່ອງ​ຕ້ອງ​ມີ​ຄວາມ​ຕັດສິ​ນໃ​ຈດ້ານ​ການ​ເມືອງ​ແລ້ວ, ຕ້ອງມີ​ການ​ຕີ​ລາຄາ​ຢ່າງ​ເລິກ​ເຊິ່ງ ​ແລະ ພາວະ​ວິ​​ໄສຢ່າງ​ແທ້​ຈິງ​ກ່ຽວ​ກັບ​ສະພາບ​ປະຈຸ​ບັນ, ອະນາຄົດ, ປະຕິບັດ​ວຽກ​ງານ​ຄາດ​ຄະ​ເນ​ເປັນ​ຢ່າງ​ດີ​, ລະດົມ​ບັນດາ​ແຫຼ່ງກຳລັງ​ຢ່າງ​ມີ​ປະສິດທິ​ຜົນ, ສຸມ​ໃສ່​ຂຸດ​ຄົ້ນຄວາມ​ສາມາດ​ບົ່ມ​ຊ້ອນ, ​ທ່າ​ແຮງ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຜັນ​ຂະຫຍາຍປະຕິບັດ​ບັນດາ​ມາດ​ຕະການ​ຢ່າງ​ຄົບ​ຊຸດ​ເພື່ອ​ປະຕິບັດ​ບັນດາ​ໜ້າ​ທີ່, ຄາດໝາຍ​ເສດຖະກິດ​ສັງຄົມ​ໄດ້​ວາງ​ອອກ​ໃນ​ປີ 2013 ຢ່າງ​ມີ​ໄຊ

ຂ່າວ/ບົດ​ອື່ນ