ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ ການ​ຫລຸດຜ່ອນ​ຄວາມທຸກ​ຍາກ ໃນ​ຂົງ​ເຂດ​ການທ່ອງທ່ຽວ

ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ ການ​ຫລຸດຜ່ອນ​ຄວາມທຸກ​ຍາກ ໃນ​ຂົງ​ເຂດ​ການທ່ອງທ່ຽວ - ảnh 1
(ພາບ:giadinh.net.vn)

( vovworld ) – ໃນ​ວັນ​ທີ 7-8/5, ຢູ່​ນະຄອນ Hoi An ​ແຂວງ Quang Nam, ຫ້ອງການ​ອົງ​ແຮງ​ງານ​ສາກົນ (ILO) ປະຈຳ ຫວຽດນາມ ສົມທົບ​ກັບ​ພະ​ແນ​ກ ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ​ແຂວງ Quang Nam ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາກ່ຽວ​ກັບ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ແບບ​ຍືນ​ຍົງ​ໃນ​ຂົງ​ເຂດ​ການທ່ອງທ່ຽວ. ນະ​ທີ່​ນີ້​, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​​ໄຈ້​ແຍກະສະພາບ​ການທ່ອງທ່ຽວ​ຢູ່ ຫວຽດນາມ ​ແລະ​ ບັນດາກາລະ​ໂອກາດ​ມີ​ວຽກ​ເຮັດ​ງານ​ທຳ, ພິ​ເສດ​ແມ່ນ​ສຳລັບ​ຜູ້​ທຸກ​ຍາກ​ໃນ​ຂົງ​ເຂດ​ການທ່ອງທ່ຽວ. ​ເພື່ອ​ໃຫ້​ຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ ​ແລະ ສັງຄົມ​ຈາກ​ການທ່ອງທ່ຽວປະກົດ​ຜົນ​ເປັນ​ຈິງ, ILO ພວມ​ຜັນ​ຂະຫຍາຍ​ໂຄງການ “​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ຢູ່​ບັນດາ​ເມືອງ​ຫ່າງ​ໄກ​ໃນ​ເຂດ​ດິນ​ຕໍ່​ແຜ່ນ​ແຂວງ Quang Nam“ ດ້ວຍ​ຍອດ​ຈຳນວນ​​ເງິນ​ລົງທຶນ​ປະມານ 1,35 ລ້ານ USD  ​ໂດຍ​ລັດຖະບານ Luxembuorg ​ເປັນ​ຜູ້​ອຸປະຖຳ. ​ເປົ້າໝາຍ​ໜູນ​ຊ່ວຍຂອງ​ໂຄງການ​ລວມມີ​ຊາວ​ໜຸ່ມ ​ແລະ ​ແມ່ຍິງ​ເປັນຕົ້ນ. ປະຈຸ​ບັນ, ILO ພວມ​ໜູນ​ຊ່ວຍ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ທ້ອງ​ຖິ່ນ​ເພື່ອ​ຊອກຫາ ​ແລະ ພັດທະນາ​ເຂດ​ທ່ອງ​ທ່ຽວ​ຫ່າງ​ໄກ​ໃນ​ເຂດ​ດິນ​ຕໍ່​ແຜ່ນ ​ແລະ ບັນດ​າຜະລິດ​ຕະພັນ​ຂອງ​ທ້ອງ​ຖິ່ນ. ທີ່​ກອງ​ປຜະ​ຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ຍັງ​ໄດ້​ສຸມ​ໃສ່​ຊອກ​ຮູ້​ສົນທິສັນຍາ 172 ຂອງ ILO ກ່ຽວ​ກັບ​ເງຶ່​ອນ​ໄຂ​ເຮັດ​ວຽກ​ໃນ​ຂົງ​ເຂດ​ແຮງ​ແຮມ ​ແລະ ຮ້ານ​ອາຫານ; ປຶກສາ​ຫາລື​ບັນດ​າຄຳ​ຮຽກຮ້ອງ​ຕ້ອງການ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ ​ແລະ ​ແນະນຳ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພັດທະນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ, ພິ​ເສດ ​ເພື່ອ​ແນ​ໃສ່​ຈຸດປະສົງ​ຫລຸດຜ່ອນ​ຄວາມທຸກ​ຍາກ.

 

ຂ່າວ/ບົດ​ອື່ນ