ກອງປະຊຸມສຳມະນາກ່ຽວກັບການກໍ່ສ້າງພັກຜ່ານ 30 ປີແຫ່ງການປ່ຽນແປງ ໃໝ່

ກອງປະຊຸມສຳມະນາກ່ຽວກັບການກໍ່ສ້າງພັກຜ່ານ 30 ປີແຫ່ງການປ່ຽນແປງ ໃໝ່ - ảnh 1
ທ່ານ​ໂຕ​ຮີ​ເຣື້ອ ກຳມະການກົມການເມືອງ, ເລຂາສູນກາງພັກ,ຫົວໜ້າ​ຄະນະຈັດ​ຕັ້ງ​ສູນ​ກາງ​ພັກ​ກອມມູນິດຫວຽດນາມ

(vovworld)- ວັນ​ທີ 11/3, ຢູ່​ແຂວງ​ເງະ​ອານ, ຄະນະ​ຊີ້​ນຳ​ສະຫຼຸບ 30 ປີແຫ່ງການປ່ຽນແປງໃໝ່ ຂອງສູນກາງ ພັກ ໄດ້ສົມທົບກັບຄະນະພັກແຂວງ​ເງະ​ອານ ຈັດຕັ້ງກອງປະຊຸມສຳມະນາ ວິທະຍາສາດກ່ຽວກັບການ ກໍ່ສ້າງພັກຜ່ານ30 ປີແຫ່ງການປ່ຽນແປງໃໝ່ຢູ່ແຂວງ​ເງະ​ອານ. ກອງປະຊຸມສຳມະນາ ໄດ້ມີບັນດາ ຄຳເຫັນໄຈ້ແຍກ, ສັງລວມ, ຖອດຖອນ​ບັນດາ​ຂໍ້​ສະຫຼຸບ​ທີ່​ມີ​ລັກສະນະ​ໂດຍ​ສັງ​ເຂ​ບ​ເພື່ອ​ກໍ່ສ້າງ​ພັກ​ກອມູນິດ​ໃຫ້​ນັບ​ມື້​ນັບ​ໂປ່​ງ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ, ສືບ​ຕໍ່​ນຳພາ​ພາລະກິດ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ. ກ່າວຄຳ​ເຫັນ​ຊີ້​ນຳກອງປະຊຸມສຳມະນາ, ທ່ານ​ໂຕ​ຮີ​ເຣື້ອ ຫົວໜ້າ​ຄະນະຈັດ​ຕັ້ງ​ສູນ​ກາງ​ພັກ​ໄດ້​ເນັ້ນ​ໜັກ​ວ່າ​ຈຸດປະສົງ​ແຫ່ງ​ການ​ສະຫຼຸບ​ບາງ​ບັນຫາ​ທິດ​ສະ​ດີ​ໃນ30 ປີແຫ່ງການປ່ຽນແປງໃໝ່, ປະກອບສ່ວນ​ເຮັດ​ໃຫ້​ຈະ​ແຈ້ງ​ທາງ​ດ້ານ​ທິດ​ສະ​ດີ, ​ແນ​ໃສ່​ສືບ​ຕໍ່​ສ້າງ​ແນວທາງ​ປ່ຽນ​ແປງ​ໃໝ່​ຂອງ​ພັກ. ທ່ານ​ໂຕ​ຮີ​ເຣື້ອ ຫົວໜ້າ​ຄະນະຈັດ​ຕັ້ງ​ສູນ​ກາງ​ພັກ​ໄດ້ສະ​ເໜີ ກອງປະຊຸມ ສຳມະນາຄວນ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ກົງ​ໄປ​ກົງ​ມາ, ກ້າຫານ​ຍົກ​ອອກບັນດາ​ຜົນງານ, ຊີ້​ໃຫ້​ເຫັນ​ຈຸດ​ອ່ອນ​ທັງ​ທາງ​ດ້ານ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ; ຊີ້​ແຈ້ງ​ເຖິງ​ສາຍ​ເຫດ ​ແລະ ຍົກ​ອອກ​ບັນດາ​ວິທີ​ແກ້​ໄຂ​​ໃໝ່ 
ຂ່າວ/ບົດ​ອື່ນ