ກອງປະຊຸມສຳມະນາປະຕິຮູບ ລະບຽບການດ້ານບໍລິຫານໃນ ຂົງເຂດການລົງທຶນ

ກອງປະຊຸມສຳມະນາປະຕິຮູບ ລະບຽບການດ້ານບໍລິຫານໃນ ຂົງເຂດການລົງທຶນ - ảnh 1

(ພາບປະກອບ: daklak.gov.vn)

(vovworld)- ​​ຕອນ​ເຊົ້າວັນ​ທີ 7/6, ຢູ່​ນະຄອນ​ໂຮ່ຈິ​ມິນ, ກົມ​ກວດກາ​ລະບຽບ​ການ​ບໍລິຫານ ສັງກັດ​ກະຊວງ​ຍຸດຕິ​ທຳ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ສຳມະ​ນາ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ວິ​ສາ​ຫະກິດ​ກ່ຽວ​ກັບ​ສະພາບ​ຕົວ​ຈິງ ​ແລະ ​ມາດ​ຕະການປະຕິ​ຮູບ​ລະບຽບ​ການ​ດ້ານ​ບໍລິຫານ​ໃນການ​ປະຕິ​ດບັດ​ໂຄງ​ການ​ລົງທຶນ. ບັນດາວິ​ສາ​ຫະກິດ​ໄດ້​ຍົກ​ອອກ​ບາງ​ຂໍ້​ຕິດ​ຂັດ​ໃນ​ການ​ປະຕິບັດ​ບັນດາລະບຽບ​ການ​ດ້ານ​ບໍລິຫານ​, ສະ​ເໜີ​ລົບ​ລ້າງ​ບາງລະບຽບ​ການ​ດ້ານ​ບໍລິຫານ​​ໃນ​ການ​ປະຕິບັດ​ໂຄງການ​ລົງທຶນ​ມີ​ການ​ນຳ​ໃຊ້​ທີ່​ດິນ, ຫລຸດ​ຜ່ອນເວລາປະຕິບັດ​ບັນດາລະບຽບ​ການ​ດ້ານ​ບໍລິຫານ​​ໃນ​ຂົງ​ເຂດ​ນີ້. ທ່ານ ​ເລ​ຮົ່ງ​ເຊີນ, ຮອງ​ລັດຖະມົນຕີກະຊວງ​ຍຸດຕິ​ທຳ​ຫວຽດນາມ ​ໃຫ້​ຮູ້​ວ່າ:

   “​ໃນ​ສະພາບ​ການ​ທີ່​ຫວຽດນາມ ພວມ​ແກ່ງ​ແຍ້​ງກັບປະ​ເທດ​ຕ່າງ​ໆ​ໃນ​ພາກ​ພື້ນ​ກ່ຽວ​ກັບການ​ດຶດງດູດ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ນັ້ນ, ລະບຽບ​ການ​ດ້ານ​ບໍລິຫານ​ເຮັດ​ໃຫ້​ບັນດາ​ນັກ​ລົງທຶນ​ມີ​ຄວາມ​ອິດ​ເມື່ອຍ​ຍ້ອນ​ເວລາ​ຖືກ​ແກ່ຍາວ, ຕ້ອງ​ເສຍ​ເງິນ​ທອງຫຼາຍ ​ເຮັດ​ໃຫ້​ກຳ​ລັງ​ແກ່ງ​ແຍ້​ງຂອງ​ພວກ​ເຮົາ​ຖືກ​ຫລຸດ​ລົງ. ປະຈຸ​ບັນ, ຕ້ອງ​ເລີ່​ມຕົ້ນການ​ປະຕິ​ຮູບ​ລະບຽບ​ການ​ດ້ານ​ບໍລິຫານ​ໂດຍ​ທັນ​ທີ່, ນັ້ນກໍ່​ແມ່ນ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ”.

ຂ່າວ/ບົດ​ອື່ນ