ກອງປະຊຸມສຳມະນາມາດຕະການປະຕິຮູບລະບຽບການບໍລິຫານໃນການປະຕິບັດໂຄງການລົງທຶນ

ກອງປະຊຸມສຳມະນາມາດຕະການປະຕິຮູບລະບຽບການບໍລິຫານໃນການປະຕິບັດໂຄງການລົງທຶນ - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 23 ສິງຫາ, ຢູ່​ນະຄອນ​ໂຮ່ຈິ​ມິນ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ (VCCI) ​ໄດ້​ສົມທົບ​ກັບ​ກົມ​ກວດກາ​ລະບຽບ​ການບໍລິຫານ, ກະຊວງ​ຍຸຕິ​ທຳ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ມາດ​ຕະການ​ແກ້​ໄຂ​ລະບຽບ​ການ​ບໍລິຫານ​ໃນ​ການ​ປະຕິບັດ​ໂຄງການ​ລົງທຶນ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ຍົກ​ອອກ​ຫຼາຍ​ຂໍ້​ສະ​ເໜີ​​ຄື: ຕ້ອງ​ດຳ​ເນີນ​ການ​ກວດກາ, ຫັນ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ລະບຽບ​ການ​ບໍລິຫານ​ໃນ​ການ​ປະຕິບັດ​ໂຄງການ​ລົງທຶນເປັນ​ງ່າຍດາຍ, ມາດຖານກໍ່ສ້າງ​ຊຸດ​ລະບຽບການ​ບໍລິຫານ​ ຕາມ​ຂັ້ນ​ຕອນ​ລົງທຶນ​ຂອງ​ວິ​ສາ​ຫະກິດ, ສົມທົບ​ກັນ​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ​​ກ່ຽວ​ກັບ​ການ​ປະຕິ​ຮັບ​ລະບຽບ​ການ​ບໍລິຫານ​​ໃນ​ການ​ປະຕິບັດ​ໂຄງການ​ລົງທຶນຢ່າງ​ຄົບ​ຊຸດ... ທ່ານ ຟ້າ​ມຢາ​ຕຸກ, ຮອງ​ປະທານ VCCI, ຮອງ​ປະທານ​ສະພາເປັນທີ່​ປຶກສາການປະຕິຮູບລະບຽບ​ການ​ບໍລິຫານ​, ​ໃຫ້​ຮູ້​ວ່າ.

        “ຜ່ານ​ຄຳ​ເຫັນ​ປະກອບ​ຂອງ​ບັນດາ​ຜູ້​ຊ່ຽວຊານ​ບັນດາວິ​ສາ​ຫະກິດ ພວກ​ຂ້າພະ​ເຈົ້າ​ຈະ​ມີ​ບົດ​ລາຍ​ງານ​ສັງລວມຂອງ​ສະພາ ​ເພື່ອ​ລາຍງານຕໍ່​ນາຍົກລັດຖະມົນຕີ ອອກ​ມະຕິ​ກ່ຽວ​ກັບ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ໃນ​ຂົງ​ເຂດ​ລົງທຶນ​ ມຸ່ງ​ໄປ​ເຖິງການປັບປຸງ​ກົດໝາຍ ຂອງ​ດຳລັດ ​ແລະ ບັນດາ​ກົດໝາຍ​ທີ່​ກ່ຽວຂ້ອງ ​ເພື່ອ​ໃຫ້​ພວກ​ເຮົາ​ມີ​ຊຸດລະບຽບ​ການ​ເປັນ​ພື້ນຖານ, ກະຈາ​ງ​ແຈ້ງ, ປະຕິບັດ​ງາຍ ປະກອບສ່ວນ​ຍົກ​ສູງ​ຜະ​ສິດທິ​ຜົນ​ຂອງ​ບັນດາ​ໂຄງການ​ລົງທຶນ ກໍ​ຄື​​ບັນດາ​ວິ​ສາ​ຫະກິດ”.
ຂ່າວ/ບົດ​ອື່ນ