ກອງປະຊຸມສຳມະນາວິທະຍາສາດໄຊຊະນະເສັ້ນທາງເລກ 9 - ທາງພາກໃຕ້ລາວ: ຄຸນຄ່າປະຫວັດສາດ ແລະ ປະຈຸບັນ

(VOVWORLD) -ບັນດາຄຳກ່າວປາໄສ ແລະ ການປະກອບຄຳເຫັນລ້ວນແຕ່ຢືນຢັນບົດບາດ, ຂອບຂະໜາດຂອງໄຊຊະນະເສັ້ນທາງເລກ 9 - ພາກໃຕ້ລາວ ໃນການຕໍ່ຕ້ານ ແລະ ພັດທະນາເສດຖະກິດໃນປະຈຸບັນ.
ກອງປະຊຸມສຳມະນາວິທະຍາສາດໄຊຊະນະເສັ້ນທາງເລກ 9 - ທາງພາກໃຕ້ລາວ: ຄຸນຄ່າປະຫວັດສາດ ແລະ ປະຈຸບັນ - ảnh 1(ທີ່ກອງປະຊຸມສຳ)

ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະເສັ້ນທາງເລກ 9 - ພາກໃຕ້ລາວ (23 ມີນາ 1971 – 23 ມີນາ 2021), ວັນທີ 19 ມີນາ, ຢູ່ນະຄອນ ດົງຮ່າ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົມທົບກັບຄະນະພັກແຂວງ ກວາງຈິ້ ຈັດກອງປະຊຸມສຳມະນາວິທະຍາສາດຂັ້ນກະຊວງປ້ອງກັນປະເທດ “ໄຊຊະນະເສັ້ນທາງເລກ 9 - ທາງພາກໃຕ້ລາວ 1971: ຄຸນຄ່າປະຫວັດສາດ ແລະ ປະຈຸບັນ”. ບັນດາຄຳກ່າວປາໄສ ແລະ ການປະກອບຄຳເຫັນລ້ວນແຕ່ຢືນຢັນບົດບາດ, ຂອບຂະໜາດຂອງໄຊຊະນະເສັ້ນທາງເລກ 9 - ພາກໃຕ້ລາວ ໃນການຕໍ່ຕ້ານ ແລະ ພັດທະນາເສດຖະກິດໃນປະຈຸບັນ. ກອງປະຊຸມສຳມະນາໄດ້ຮັບການຈັດຕັ້ງຂຶ້ນກໍ່ແມ່ນໂອກາດເພື່ອທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຫວນຄືນມູນເຊື້ອຕໍ່ສູ້ຢ່າງພິລະອາດຫານ, ບໍ່ຍ້ອມຈຳນົນຂອງຊາດ, ປະກອບສ່ວນເພີ່ມພູມຄຸນສ້າງນ້ຳໃຈຮັກຊາດ, ເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ແກ່ລຸ້ນໜຸ່ມຫວຽດນາມ ໃນປະຈຸບັນ ແລະ ອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ