ກອງປະຊຸມສຳມະນາສ້າງຍຸດທະສາດວັດທະນະທຳການຕ່າງປະເທດ

ກອງປະຊຸມສຳມະນາສ້າງຍຸດທະສາດວັດທະນະທຳການຕ່າງປະເທດ - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໂຮ່​ແອ​ງຕ໋ວນ ເຂົ້າຮ່ວມກອງປະຊຸມສຳມະນາ
(ພາບປະກອບ)

(vovworld) - ສ້າງ​ຍຸດ​ທະ​ສາດ​ວັດທະນະທຳ​ການ​ຕ່າງປະ​ເທດ​ຮອດ​ປີ 2020 ​ແລະ ວິ​ໄສ​ທັດ​ຮອດ​ປີ 2030 ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ໂດຍ​ກະຊວງ​ວັດທະນະທຳ, ກິລາ ​ແລະ ການ​ທ່ອງ​ທ່ຽວ ຫວຽດນາມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 24/5 ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໂຮ່​ແອ​ງຕ໋ວນ ຖື​ວ່າ: ​ໃນ​ຊຸມ​ປີຜ່ານມາ, ການ​ເຄື່ອນ​ໄຫວ​ວັດທະນະທຳ​ພົວພັນ​ຕ່າງປະ​ເທດ​ຂອງ ຫວຽດນາມ ​ໄດ້​ຕິດ​ພັນ ​ແລະ ຮັບ​ໃຊ້​ແຜນ​ນະ​ໂຍບາຍ “ສືບ​ຕໍ່​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ ​ແລະ ສ້າງ​​ເງື່ອນ​ໄຂ​ສາກົນທີ່​ສະ​ດວກ​ກ່ວາ​ອີກ​ເພື່ອ​ຍູ້​ແຮງ​ການ​ພັດທະນາ​​ເສດຖະກິດ - ສັງຄົມ, ຫັນ​​ເປັນ​ປະ​ເທດ​ອຸດສາຫະກຳ, ທັນ​ສະ​ໄໝ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ” ​ເປັນ​ຢ່າງ​ດີ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫລື​ກ່ຽວ​ກັບ​ຈຸດໝາຍ​ພັດທະນາ​ວັດທະນະທຳການ​ຕ່າງປະ​ເທດ​ຮອດ​ປີ 2020 ​ແລະ ວິ​ໄສ​ທັດ​ຮອດປີ 2030 ດ້ວຍ​ເນື້ອ​ໃນ​ຕົ້ນຕໍ​ຄື: ພັດທະນາ​ອຸດສາຫະກຳ​ວັດທະນະທຳ​ຂອງ ຫວຽດນາມ, ຍົກ​ສູງ​ບົດບາດ​ຂອງ​ປະຊາ​ຄົມ​ຫວຽດນາມ ຢູ່​ຕ່າງປະ​ເທດ, ພັດທະນາ​ຂະ​ແໜງ​ທ່ອງ​ທ່ຽວ ​ແລະ ກິລາ​ຂອງ ຫວຽດນາມ.

ຂ່າວ/ບົດ​ອື່ນ