ກອງປະຊຸມອອນລາຍກຸ່ມປະຕິບັດງານຂຶ້ນກັບສະພາປະສານງານ ອາຊຽນ

(VOVWORLD) - ວັນທີ 31 ມີນາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ, ຫົວໜ້າ SOM ອາຊຽນ ຫວຽດນາມ, ປະທານກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ ອາຊຽນ (SOM), ເປັນປະທານກອງປະຊຸມອອນລາຍຄັ້ງທຳອິດຂອງກຸ່ມປະຕິບັດງານລະຫວ່າງຂະແໜງ ຂຶ້ນກັບສະພາປະສານງານ ອາຊຽນ ກ່ຽວກັບການຮັບມືຕໍ່ບັນດາກໍລະນີໂລກລະບາດ.
ກອງປະຊຸມອອນລາຍກຸ່ມປະຕິບັດງານຂຶ້ນກັບສະພາປະສານງານ ອາຊຽນ - ảnh 1ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ (ພາບ: baoquocte.vn)

ກຸ່ມປະຕິບັດງານໄດ້ຮັບການສ້າງຕັ້ງຕາມຂໍ້ສະເໜີຂອງ ຫວຽດນາມ, ປະທານ ອາຊຽນ ແນໃສ່ຊຸກຍູ້ສົມທົບກັນຢ່າງຄົບຊຸດ, ລະຫວ່າງຂະແໜງການຂອງທົ່ວປະຊາຄົມ ອາຊຽນ ຮັບມືຕໍ່ບັນດາການຜັນແປຢ່າງສັບສົນຂອງໂລກລະບາດ Covid-19.

        ທີ່ກອງປະຊຸມ, ບັນດາປະເທດ ອາຊຽນ ໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ຍູ້ແຮງການແລກປ່ຽນຂໍ້ມູນ, ບົດຮຽນໃນ ອາຊຽນ ກໍ່ຄືກັບບັນດາຄູ່ຮ່ວມມືໃນການປ້ອງກັນ, ສະກັດກັ້ນ, ຄວບຄຸມການຕິດແປດ ແລະ ປິ່ວປົວບັນດາກໍລະນີຕິດເຊື້ອ, ຮ່ວມມື, ຮັບປະກັນຄວາມປອດໄພໃຫ້ແກ່ແພດໝໍຕ້ານໂລກລະບາດ…

        ກອງປະຊຸມກໍ່ເຫັນດີເປັນເອກະພາບ ຈະຍື່ນສະເໜີບັນດາຂໍ້ສະເໜີແນະກ່ຽວກັບທິດທາງການຮ່ວມມືປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ເຖິງສະພາປະສານງານ ອາຊຽນ (ACC) ເພື່ອປະກອບຄຳເຫັນຊີ້ນຳຂອງບັນດາລັດຖະມົນຕີ ກ່ອນທີ່ລາຍງານຕໍ່ການນຳຂັ້ນສູງ ອາຊຽນ. ບັນດາປະເທດກໍ່ເຫັນດີເປັນເອກະພາບ ຈະຈັດຕັ້ງກອງປະຊຸມອອນລາຍຂັ້ນສູງ ອາຊຽນ ກ່ຽວກັບການປ້ອງກັນ, ສະກັດກັ້ນ Covid-19 ໃນຕົ້ນເດືອນ ເມສາ 2020.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ