ກອງປະຊຸມ​ອອນ​ລາຍກ່ຽວກັບ​ການ​ຮັກສາ​ສັນຕິພາບ ສປຊ ກັບ​ບັນດາ​ກໍາລັງ​ຂອງຫວຽດນາມ ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ ສປຊ ຢູ່ ຄະນະ​ປະຕິບັດ​ງານຕ່າງໆ

(VOVWORLD) -     ຕອນເຊົ້າວັນທີ 15 ມິຖຸນາ ຢູ່ຮ່າໂນ້ຍ, ຄະນະຊີ້ນໍາກະຊວງປ້ອງກັນປະເທດ ກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ໄດ້ຈັດຕັ້ງກອງປະຊຸມອອນລາຍ ກັບບັນດາກໍາລັງທີ່ປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ ແລະ ສາທາລະນະລັດ ອາຟະລິກາກາງ.
ກອງປະຊຸມ​ອອນ​ລາຍກ່ຽວກັບ​ການ​ຮັກສາ​ສັນຕິພາບ ສປຊ ກັບ​ບັນດາ​ກໍາລັງ​ຂອງຫວຽດນາມ ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ ສປຊ ຢູ່ ຄະນະ​ປະຕິບັດ​ງານຕ່າງໆ - ảnh 1ກອງປະຊຸມອອນລາຍກ່ຽວກັບການຮັກສາສັນຕິພາບ ສປຊ ກັບບັນດາກໍາລັງຂອງຫວຽດນາມ ທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢູ່ ຄະນະປະຕິບັດງານຕ່າງໆ(ພາບ:  TTXVN)

ນະທີ່ນີ້, ຄະນະຊີ້ນໍາ ໄດ້ຮັບຟັງບົດລາຍງານກ່ຽວກັບສະພາບການເຄື່ອນໄຫວຮັກສາສັນຕິພາບ ສປຊ ຂອງຫວຽດນາມ ຢູ່ ສ. ອາຟະລິກາກາງ; Awei, ຊູດັງໃຕ້ ແລະ ໂຮງໝໍກາງສະໜາມລະດັບ 2 ເລກທີ 2 ຢູ່ Bnentiu, ຊູດັງໃຕ້ ລາຍງານກ່ຽວກັບສະພາບການໂລກລະບາດໂຄວິດ - 19 ຢູ່ບໍລິເວນ. ຕາມຂໍ້ສັງເກດຂອງນັກຊ່ຽວຊານຫຼາຍທ່ານແລ້ວ, ຊູດັງໃຕ້ ແມ່ນໜຶ່ງໃນ 5 ປະເທດ ອາຟະລິກາ ທີ່ມີອັດຕາຜູ້ຕິດໂລກລະບາດໂຄວິດ - 19 ເພີ່ມຂຶ້ນໄວທີ່ສຸດ ແລະ ແມ່ນໜຶ່ງໃນບັນດາປະເທດຢືນແຖວໜ້າກ່ຽວກັບລະດັບຄວາມອັນຕະລາຍກ່ຽວກັບໂລກລະບາດໂຄວິດ - 19. ໂຮງໝໍກາງສະໜາມຂັ້ນ 2 ເລກທີ 2 ຢູ່ Bnentiu, ຊູດັງໃຕ້ ໄດ້ຮັບ ແລະ ປິ່ນປົວຜູ້ຕິດເຊື້ອນັບຮ້ອຍຄົນ. ຢູ່ ອາຟະລິກາກາງ, ຫວຽດນາມ ມີນາຍທະຫາຍ 6 ຄົນ ພວມປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ MINUSCA.

        ກ່າວຄໍາເຫັນນະທີ່ນີ້, ທ່ານພົນໂທ ຫງວຽນຈິວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ແບ່ງປັນບັນດາຄວາມຫຍຸ້ງຍາກຂອງພະນັກງານ, ນັກຮົບ ຫວຽດນາມ ທີ່ພວມເຄື່ອນໄຫວຢູ່ບໍລິເວນຫ່າງໄກນີ້; ພ້ອມທັງຢ້ັງຢືນເຖິງຄວາມເອົາໃຈໃສ່ຂອງກະຊວງປ້ອງກັນປະເທດ ທີ່ມີຕໍ່ກໍາລັງດັ່ງກ່າວ. ທ່ານສະເໜີໃຫ້ກໍາລັງຮັກສາສັນຕິພາບ ຫວຽດນາມ ທີ່ພວມເຄື່ອນໄຫວຢູ່ຄະນະປະຕິບັດງານຕ່າງໆ ສືບຕໍ່ເຮັດຫຼ້ອນໜ້າທີ່ໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ