ກອງ​ປ​ະ​ຊຸມອ​ອນ​ລາຍເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຊາດ​ຂັ້ນ​ສູງ ອາ​ຊຽນ

(VOVWORLD) -ກອງປະຊຸມເຈົ້າໜ້າທີ່ປ້ອງກັນຊາດຂັ້ນສູງ ອາຊຽນ (ADSOM) ຖືກໄຂຂຶ້ນໃນວັນທີ 24 ມີນາ ຕາມຮູບການທາງອອນລາຍ ພາຍໃຕ້ການເປັນປະທານຂອງ ບຣູໄນ - ເຊິ່ງເປັນປະເທດດຳລົງຕຳແໜ່ງເປັນປະທານ ອາຊຽນ ປີ 2021. 
ກອງ​ປ​ະ​ຊຸມອ​ອນ​ລາຍເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຊາດ​ຂັ້ນ​ສູງ ອາ​ຊຽນ - ảnh 1  ທ່ານພົນໂທ ຮວ່າງຊວັນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ

ທ່ານພົນໂທ ຮວ່າງຊວັນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມນີ້. ໃນກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງທ່ານ ຮອງເລຂາທິການໃຫຍ່ ອາຊຽນ Robert Matheus Michael Tene ແນະນຳສະພາບການຮ່ວມມືໃນໄລຍະຜ່ານມາໃນ ອາຊຽນ; ຮັບຟັງບົດລາຍງານໝາກຜົນກອງປະຊຸມອອນລາຍ ກຸ່ມປະຕິບັດງານ ເຈົ້າໜ້າທີ່ປ້ອງກັນຊາດຂັ້ນສູງ ອາຊຽນ (ADSOM WG) ແລະ ໝາກຜົນກອງປະຊຸມຜູ້ບັນຊາການກຳລັງປ້ອງກັນຊາດບັນດາປະເທດ ອາຊຽນ ຄັ້ງທີ 18.

ກອງ​ປ​ະ​ຊຸມອ​ອນ​ລາຍເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຊາດ​ຂັ້ນ​ສູງ ອາ​ຊຽນ - ảnh 2ບັນດາຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ

ກອງປະຊຸມກໍໄດ້ເຫັນດີເປັນເອກະພາບ ຍື່ນສະເໜີຕໍ່ກອງປະຊຸມເຈົ້າໜ້າທີ່ປ້ອງກັນຊາດຂັ້ນສູງ ອາຊຽນ ຮ່າງບັນດາຖະແຫຼງການຮ່ວມ ADMM ແລະ ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ ເປີດກວ້າງ (ADMM +); ເປັນເອກະພາບກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມ ADSOM + ເຊິ່ງຈະຖືກດຳເນີນໃນເດືອນເມສາ ປີ 2021. ນອກຈາກນັ້ນ, ກອງປະຊຸມກໍໄດ້ພິຈາລະນາຂໍ້ສະເໜີຂອງບັນດາປະເທດອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ