ກອງປະຊຸມຮັບມືກັບໄພແຫ້ງແລ້ງ ແລະ ການຊຶມນຳ້ເຄັມ

ກອງປະຊຸມຮັບມືກັບໄພແຫ້ງແລ້ງ ແລະ ການຊຶມນຳ້ເຄັມ - ảnh 1

ກອງ​ປະຊຸມຜ່ານເຄືອຂ່າຍອນເຕີແນດ​ຮັບ​ມື​ກັບ​ໄພ​ແຫ້ງ​ແລ້ງ ​ແລະ ການ​ຊຶມນຳ້​ເຄັມຢູ່ແຂວງກວາງນິງ
(ພາບ: ອິນເຕີແນດ)

(vovworld) - ຕອນ​ເຊົ້າ​ວັນ​ທີ 31/10, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ເປັນ​ປະທານ​ ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ັດຂອງ​ຄະນະ​ຊີ້​ນຳ​ສູນ​ກາງ ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ​ກັບ​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ​ ເພື່ອ​ຮັບ​ມື​ກັບ​ໄພ​ແຫ້ງ​ແລ້ງ ​ແລະ ການ​ຊຶມນຳ້​ເຄັມ​ປີ 2015-2016 ​ແລະ ຜົນ​ສະທ້ອນ​ຂອງ​ປະກົດ​ການ El Nino. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ແລະ ​ທ້ອງ​ຖີ່​ນ ​ເພີ່ມ​ທະວີ​ການ​ໂຄສະນາ ​ເພື່ອ​ໃຫ້​ປະຊາຊົນ​ຮັບ​ຮູ້​ແຈ້ງ​ ບັນດາ​ການ​ກະທົບ​ທີ່​ຫຍໍ້​ທໍ້​ຂອງ​ປະກົດ​ການ El Nino ​​ເວົ້າ​ສະ​ເພາະ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ເວົ້າ​ລວມ, ຮັບປະກັນ​ແຫຼ່ງນຳ້​ໃຫ້ການ​ດຳ​ເນີນ​ຊີວິດ, ການ​ບໍລິການ ​ແລະ ນຳ້​ຮັບ​ໃຊ້​ການ​ຜະລິດ​ກະສິກຳ, ປ່າ​ໄມ້, ສິນ​ໃນ​ນຳ້, ຮັບປະກັນ​ອະນາ​ໄມ​ສິ່ງ​ແວດ​ລ້ອມ ​ແລະ ກັນ​ໂລກລະບາດ.

 

ຂ່າວ/ບົດ​ອື່ນ